ບັນດາຜູ້ແທນເຂົ້າຮ່ວມ COP29 (ພາບ: THX/TTXVN)

ກອງປະຊຸມຄັ້ງທີ 29 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ ຂອງສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP29) ຢູ່ ບາກູ (ປະເທດ ອາແຊັກໄບຊານ) ພວມຄ່ອຍໆກ້າວໄປສູ່ຈຸດເວລາເຈລະຈາສຸດທ້າຍ, ເຖິງຢ່າງໃດກໍຕາມ, ບັນດາຜູ້ແທນຍັງບໍ່ທັນຊອກຫາໄດ້ສຽງເວົ້າລວມຕໍ່ບັນຫາໃຫຍ່: ການເງິນດ້ານດິນຟ້າອາກາດ.

ຮ່າງຖະແຫຼງການຮ່ວມທີ່ໄດ້ຍົກອອກມາໃນວັນທີ 21 ພະຈິກ, ບໍ່ຍົກອອກຕົວເລກລະອຽດໃດກ່ຽວກັບລະດັບການອຸປະຖຳເຊິ່ງບັນດາປະເທດຮັ່ງມີຈະສະໜອງເພື່ອຊ່ວຍບັນດາປະເທດພວມພັດທະນາຫັນປ່ຽນໄປສູ່ພະລັງງານສະອາດ ແລະ ການຮັບມືກັບບັນດາຜົນກະທົບທີ່ນັບມື້ນັບຮ້າຍແຮງຈາກການປ່ຽນແປງຂອງດິນຟ້າອາກາດ. COP 29 ອັດລົງໃນວັນທີ 22 ພະຈິກ, ໝາຍຄວາມວ່າ ເວລາທີ່ຫຍັງເຫຼືອເພື່ອໃຫ້ບັນດາຝ່າຍເຫັນດີເປັນເອກະພາບຕໍ່ຈຳນວນເງິນອຸປະຖຳທີ່ຈຳເປັນກໍພວມຄ່ອຍໆໝົດ.

ເລື່ອງບໍ່ບັນລຸໄດ້ຕົວເລກລະອຽດໄດ້ເຮັດໃຫ້ບັນດານັກເຈລະຈາຮູ້ສຶກຈົນຕາແຈ, ພິເສດເມື່ອຮ່າງຖະແຫຼງການຮ່ວມຍົກອອກສອງທັດສະນະທີ່ກົງກັນຂ້າມກັນຢ່າງຈະແຈ້ງ. ຝ່າຍໜຶ່ງແມ່ນບັນດາປະເທດຮັ່ງມີ, ໃນນັ້ນມີ ສະຫະພາບ ເອີລົບ ແລະ ອາເມລິກາ ຖືວ່າ ການເງິນດ້ານດິນຟ້າອາກາດ ຄວນມີການປະກອບຈາກແຫຼ່ງອຸປະຖຳຂອງບັນດາອົງການເອກະຊົນ ແລະ ບັນດາປະເທດພວມພັດທະນາຄືຈີນ. ສ່ວນຝ່າຍກົງກັນຂ້າມ, ບັນດາປະເທດພວມພັດທະນາພັດຮຽກຮ້ອງວ່າແຫຼ່ງການເງິນຕົ້ນຕໍຄວນມາຈາກງົບປະມານຂອງລັດຖະບານບັນດາປະເທດຮັ່ງມີ, ເປັນຕົ້ນແມ່ນພາຍໃຕ້ຮູບແບບການຊ່ວຍເຫຼືອລ້າ ແທນທີ່ການໃຫ້ກູ້ຢຶມເງິນທີ່ອາດຈະເຮັດໃຫ້ໜິ້ສາທາລະນະເພີ່ມຂຶ້ນ.