ສູນກອງປະຊຸມ ຊື່ງແມ່ນສະຖານທີ່ດຳເນີນກອງປະຊຸມ COP29) ຢູ່ Baku, Azerbaijan. (ພາບ: Kyodo/TTXVN)

ຕອນຄ່ຳວັນທີ 23 ພະຈິກ, ຕາມເວລາທ້ອງຖິ່ນຢູ່ Baku, Azerbaijan, ບັນດາຝ່າຍເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 29 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP29) ບັນລຸໄດ້ຂໍ້ຕົກລົງໃຫມ່ກ່ຽວກັບດ້ານການເງິນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ພາຍຫລັງປຶກສາຫາລືມາເປັນເວລາ 2 ອາທິດ.

ຕາມຂໍ້ຕົກລົງທີ່ຫາກໍ່ບັນລຸໄດ້, ບັນດາປະເທດພັດທະນາໄດ້ໃຫ້ຄຳໝັ້ນສັນຍາ ແຕ່ລະປີຈະລະດົມຈຳນວນເງິນ 1.300 ຕື້ USD, ແຕ່ນີ້ຮອດປີ 2035 ເພື່ອແນໃສ່ຊ່ວຍບັນດາປະເທດທຸກຍາກ ແລະ ບັນດາປະເທດພວມພັດທະນາຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ເຖິງຢ່າງໃດກໍຕາມ ມີພຽງແຕ່ 300 ຕື້ USD/ປີ ໃນຈຳນວນດັ່ງກ່າວແມ່ນບັນດາບ້ວງເງິນຊ່ວຍເຫລືອ ຫລື ໃຫ້ກູ້ຢຶມ ດ້ວຍອັດຕາດອກເບ້ຍຕ່ຳ ຈາກບັນດາປະເທດພັດທະນາ. ຈຳນວນເງິນຍັງເຫລືອ (1.000 tỷ USD/ປີ) ຕ້ອງລະດົມຈາກບັນດາແຫລ່ງອື່ນ. ນີ້ແມ່ນມາດຕາທີ່ກໍ່ຄວາມຖົກຖຽງກັນຫລາຍສຸດ ແລະ ຖືກຫລາຍປະເທດ ພິເສດ ແມ່ນກຸ່ມບັນດາປະເທດທຸກຍາກ ແລະ ບັນດາປະເທດເກາະນ້ອຍ ຕຳຫນິຕິຕຽນ ໂດຍຖືວ່າ ບ້ວງເງິນ 300 ຕື້ USD/ປີ ແມ່ນຈຳນວນຫນ້ອຍເກີນໄປເມື່ອທຽບໃສ່ຄວາມຕ້ອງການດ້ານການເງິນຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂອງບັນດາປະເທດພວມພັດທະນາ.