(ພາບປະກອບ: mekongasean.vn) |
CEOWORLD ໄດ້ຈັດອັນດັບດັດຊະນີຄຸນນະພາບການດຳລົງຊີວິດ ໂດຍອີງຕາມຫຼາຍມາດຖານຄື ຄ່າໃຊ້ຈ່າຍ; ສະຖຽນລະພາບດ້ານເສດຖະກິດ - ການເມືອງ; ສິ່ງແວດລ້ອມການເຮັດວຽກ; ຄວາມສະເໝີພາບກ່ຽວກັບລາຍຮັບ; ລະບົບການສຶກສາ; ລະບົບສາທາລະນະສຸກ… ຕາມບົດລາຍງານແລ້ວ, ດັດຊະນີ “ຄຸນນະພາບການດຳລົງຊີວິດ” ຂອງ ຫວຽດນາມ ແມ່ນ 78,49 ຄະແນນ, ຢືນອັນດັບທີ 62/165 ປະເທດໃນຕາຕະລາງຈັດອັນດັບ. ເມື່ອທຽບໃສ່ປີ 2020 (ຫວຽດນາມ ຢືນອັນດັບທີ 101/171 ບັນດາປະເທດໃນໂລກ), ອັນດັບຄຸນນະພາບການດຳລົງຊີວິດຂອງ ຫວຽດນາມ ໄດ້ເລື່ອນຂຶ້ນ 39 ຂັ້ນ ພາຍຫຼັງພຽງ 1 ປີ.
ກໍໃນຕາຕະລາງຈັດອັນດັບດັ່ງກ່າວ, ແຟັງລັງ ແມ່ນປະເທດທີ່ມີຄຸນນະພາບການດຳລົງຊີວິດດີທີ່ສຸດໃນໂລກ ດ້ວຍດັດຊະນີຄຸນນະພາບການດຳລົງຊີວິດບັນລຸ 99,06 ຄະແນນ. ຖັດຈາກນັ້ນແມ່ນ ແດນມາກ (98,13 ຄະແນນ) ແລະ ນັອກແວ (96,75 ຄະແນນ).
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
