ທ່ານປະທານປະເທດ ເລືອງເກືອງ ຕ້ອນຮັບ ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ |
ທ່ານປະທານປະເທດ ເລືອງເກືອງ ຢືນຢັນວ່າ: ການພົວພັນມິດຕະພາບ ຫວຽດນາມ - ລາວ ແມ່ນນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ເປັນມູນເຊື້ອທີ່ຫາຍາກໃນໂລກ ແລະ ສາຍພົວພັນອັນດີງາມນີ້ໄດ້ຮັບການຢືນຢັນຈາກສອງຝ່າຍເປັນມູນເຊື້ອອັນລ້ຳຄ່າທີ່ຄົນລຸ້ນຫຼັງຕ້ອງອະນຸລັກຮັກສາ ແລະ ເພີ່ມທະວີ. ທ່ານປະທານປະເທດ ໄດ້ເນັ້ນໜັກເຖິງບາງເນື້ອໃນຕົ້ນຕໍໃນການຜັນຂະຫຍາຍການພົວພັນຮ່ວມມື ຫວຽດນາມ - ລາວ ໃນໄລຍະຈະມາເຖິງ, ໃນນັ້ນມີການປະຕິບັດບັນດາຂໍ້ຕົກລົງຂັ້ນສູງລະຫວ່າງ 2 ພັກ ແລະ 2 ລັດ ເປັນຕົ້ນແມ່ນໝາກຜົນການຢ້ຽມຢາມຂອງການນຳຂັ້ນສູງຂອງ 2 ປະເທດ.
ສ່ວນທ່ານນາງ ປານີ ຢາທໍ່ຕູ້ ເນັ້ນໜັກວ່າ ພັກ, ລັດ ແລະ ປະຊາຊົນ ລາວ ຈະເຮັດຈົນສຸດຄວາມສາມາດ ຂອງຕົນເພື່ອພ້ອມກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຮັດແໜ້ນ, ຮັກສາ ແລະ ປັບປຸງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ, ຕັດສິນໃຈປະຕິບັດມະຕິຂອງແຕ່ລະພັກ ແລະ ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 12 ແລະ 14 ຂອງແຕ່ລະພັກໃຫ້ປະສົບຜົນສໍາເລັດ.

