ທ່ານ Steve Witkoff ທູດພິເສດຂອງອາເມລິກາ ປະຈຳພາກຕາເວັນອອກກາງ (ພາບ: Getty)

ວັນທີ 6 ມີນາ, ເມື່ອຕອບສຳພາດຕໍ່ວົງການນັກຂ່າວ, ທ່ານ Steve Witkoff ທູດພິເສດຂອງອາເມລິກາ ປະຈຳພາກຕາເວັນອອກກາງ ໃຫ້ຮູ້ວ່າບັນດາເຈົ້າໜ້າທີ່ ອາເມລິກາ ແລະ ຢູແກຼນ ພວມຂຶ້ນແຜນການໃຫ້ແກ່ການພົບປະຄັ້ງຕໍ່ໄປຢູ່ Riyadh ຫຼື ນະຄອນ Jeddah ຂອງອາຣັບບິ ຊາອຸດິ ເພື່ອແນໃສ່ປຶກສາຫາລືບັນດາເງື່ອນໄຂທີ່ຈຳເປັນ ໃຫ້ແກ່ຂໍ້ຕົກລົງຢຸດຍິງ ມຸ່ງໄປເຖິງການຢຸດຕິການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ.

ຝ່າຍອາເມລິກາ ຈະມີການເຂົ້າຮ່ວມຂອງທ່ານ Steve Witkoff ທູດພິເສດປະຈຳ ພາກຕາເວັນອອກກາງ, ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ແລະ ທ່ານ Mike Waltz ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ. ທ່ານປະທານາທິບໍດີ ຢູແກຼນ ໄດ້ຢັ້ງຢືນຂໍ້ມູນກ່ຽວກັບການພົບປະພ້ອມທັງເນັ້ນໜັກວ່າ ຢູແກຼນມີຄວາມເອົາໃຈໃສ່ເຖິງສັນຕິພາບ. ນີ້ຈະແມ່ນການພົບປະແບບເຊິ່ງໜ້າຄັ້ງທຳອິດ ລະຫວ່າງເຈົ້າໜາ້ທີ່ ອາເມລິກາ ແລະ ຢູແກຼນ ນັບແຕ່ເວລາເກີດການໂຕ້ຖຽງກັນທີ່ດຸເດືອດລະຫວ່າງ ທ່ານປະທາທິບໍດີ ສອງປະເທດເມື່ອວັນທີ 28 ກຸມພາຜ່ານມາ.