(ພາບ: VOV) |
ເດືອນມະນຸດສະທຳ 2025 ດ້ວຍຫົວຂໍ້ “ວິວັດການແຫ່ງມະນຸດສະທຳ-ແຜ່ກະຈາຍຄວາມຮັກແພງ” ຈັດຂຶ້ນໃນເດືອນພຶດສະພາ, ສະພາກາແດງ ຫວຽດນາມ ຂັ້ນຕ່າງໆ ສູ້ຊົນຂົນຂວາຍແຫຼ່ງກຳລັງທີ່ມີມູນຄ່າກ່ວາ 15.3 ລ້ານ USD ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວໜູນຊ່ວຍ1.2 ລ້ານຄົນປະສົບກັບຄວາມຫຍຸ້ງຍາກ.
ບັນດາການເຄື່ອນໄຫວທຳອິດຂອງລາຍການ “ວິວັດການແຫ່ງມະນຸດສະທຳ-ແຜ່ກະຈາຍຄວາມຮັກແພງ” ແມ່ນບັນດາການເຄື່ອນໄຫວຈຸດສຸມຢູ່ 3 ແຂວງ: ກວາງຈິ້, ດັກລັກ, ດົງທາບແຕ່ວັນທີ 5-6 ພຶດສະພາ.
ໃນເດືອນມະນຸດສະທຳປີນີ້, ສະພາກາແດງ ຫວຽດນາມ ສູ້ຊົນຊ່ວຍເຫຼືອຜູ້ປະສົບກັບຄວາມຫຍຸ້ງຍາກ 100.000 ຄົນ.
