ພິທີສະເຫຼີມະສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ ແມ່ນເຫດການສຳຄັນພິເສດ, ບໍ່ພຽງແຕ່ສຳລັບປະຊາຊົນ ຫວຽດນາມ ເທົ່ານັ້ນ, ຫາກຍັງມີຄວາມໝາຍຢ່າງເລິກເຊິ່ງຕໍ່ເພື່ອນມິດສາກົນ ທີ່ໄດ້ຮ່ວມເດີນທາງພ້ອມກັບປະຊາຊົນ ຫວຽດນາມ ໃນບັນດາການຕໍ່ສູ້, ຍາດເອົາເອກະລາດມາໃຫ້ຊາດ ຫວຽດນາມ ອີກດ້ວຍ. ເຂົ້າຮ່ວມພິທີເດີນຂະບວນ, ສວນສະໜາມໃນວັນທີ 30 ເມສາ ຈະມາເຖິງ, ຢູ່ນະຄອນ ໂຮ່ຈີມິນ, ຍັງມີການເຂົ້າຮ່ວມຂອງກອງທັບ 3 ປະເທດບ້ານໃກ້ເຮືອນຄຽງ, ນັ້ນແມ່ນ: ຈີນ, ລາວ, ກຳປູເຈຍ.

(ຄະນະກອງທັບ ຈີນ ຝຶກແອບ, ກະກຽມໃຫ້ເຫດການເດີນຂະບວນ, ສວນສະໜາມຢູ່ ຫວຽດນາມ)

ໃນຊຸມມື້ຜ່ານມາ, ພ້ອມກັບກອງທັບປະຊາຊົນ ຫວຽດນາມ, ກອງທັບບັນດາປະເທດເພື່ອນກໍ່ໄດ້ຝຶກແອບ, ກະກຽມໃຫ້ເຫດການສຳຄັນຍິ່ງຂອງ ຫວຽດນາມ ຢ່າງລະອຽດລະອໍ.

ເມື່ອເຄື່ອນຍ້າຍຜ່ານບັນດາເສັ້ນທາງໃນຕອນຝືກຊ້ອມໃຫຍ່ເດີນຂະບວນ, ສວນສະໜາມໃນວັນທີ 27 ເມສາ, ຢູ່ນະຄອນ ໂຮ່ຈີມິນ, ບັນດານັກຮົບກອງທັບ ຈີນ ໄດ້ສ້າງອາລົມຈິດຄວາມຮັກແພງຫຼາຍຢ່າງແກ່ປະຊາຊົນ ຫວຽດນາມ ເມື່ອສະແດງນ້ຳໃຈຕໍ່ ຫວຽດນາມ ແລະ ປະທານ ໂຮ່ຈີມິນ ແສນເຄົາລົບຮັກ ເມື່ອໄດ້ຮ້ອງບົດເພງ “ຄືມີ ປະທານ ໂຮ່ຈີມິນ ຢູ່ໃນວັນບຸນໄຊຊະນະທີ່ຍິ່ງໃຫຍ່”.

ກ່ອນໜ້ານັ້ນ, ວັນທີ 26 ເມສາ, ທີ່ການພົບປະກັບບັນດາຄະນະເດີນຂະບວນ, ສວນສະໜາມທີ່ມາຈາກກອງທັບຂອງ 3 ປະເທດ, ທ່ານພົນໂທ ຫງວຽນວັນເງັ້ຍ, ຮອງຫົວໜ້າເສນາທີການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຢືນຢັນວ່າ ມີຄວາມເຄົາລົບນ້ຳໃຈມິດຕະພາບສາກົນຂອງບັນດາປະເທດເພື່ອນມິດທີ່ສະຫງວນໃຫ້ແກ່ ຫວຽດນາມ ຢ່າງສູງ.

“ບັນດາສື່ສັງຄົມຂອງ ຫວຽດນາມ ໄດ້ລົງຮູບພາບຍ້ອງຍໍບັນດາຖັນແຖວກອງເດີນຂະບວນ, ສວນສະໜາມທີ່ງາມຕາຂອງບັນດາກົມກອງມາຈາກ ຈີນ, ລາວ ແລະ ກຳປູເຈຍ. ນີ້ແມ່ນການສະແດງໃຫ້ເຫັນນ້ຳໃຈສາມັກຄີ, ມິດຕະພາບ, ພວກເຮົາຕ້ອງຮັກສາມູນເຊື້ອອັນດີງາມ, ນ້ຳໃຈໄມຕີຈິດນີ້, ຄວາມສາມັກຄີເພື່ອຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບໃນພາກພື້ນ, ພ້ອມກັນພັດທະນາ ມຸ່ງໄປເຖິງອະນາຄົດວັດທະນາຖາວອນ”.

(ຄະນະກອງທັບ ລາວ ຝຶກແອບ, ກະກຽມໃຫ້ເຫດການເດີນຂະບວນ, ສວນສະໜາມຢູ່ ຫວຽດນາມ)

ສ່ວນທ່ານພັນເອກ ສົມແພງ ແກ້ວສີລາ, ຫົວໜ້າຄະນະກອງທັບ ລາວ ເຂົ້າຮ່ວມການເດີນຂະບວນ, ສວນສະໜາມຢູ່ ຫວຽດນາມ, ໃຫ້ຮູ້ວ່າ:

“ນັບແຕ່ເມື່ອມາຮອດ ຫວຽດນາມ, ພວກຂ້າພະເຈົ້າໄດ້ຮັບການຕ້ອນຮັບຢ່າງສຸດຈິດສຸດໃຈຈາກບັນດາອົງການ, ຫົວໜ່ວຍ ແລະ ປະຊາຊົນ ຫວຽດນາມ. ນີ້ແມ່ນບັນດາອາລົມຈິດ ແລະ ຄວາມຊົງຈຳທີ່ດີງາມທີ່ພວກຂ້າພະເຈົ້າບໍ່ສາມາດລື່ມໄດ້. ກະຊວງປ້ອງກັນປະເທດ ລາວ ຂໍຂອບໃຈຢ່າງຈິງໃຈຕໍ່ກະຊວງປ້ອງກັນປະເທດ ຫວຽດນາມ ທີ່ໄດ້ສ້າງເງື່ອນໄຂ ແລະ ໂອກາດອັນລ້ຳຄ່າ ເພື່ອໃຫ້ພວກຂ້າພະເຈົ້າມີໂອກາດພົວພັນແລກປ່ຽນ, ຮ່ຳຮຽນ ແລະ ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງງານບຸນໃຫຍ່”.

(ຄະນະເຂົ້າຮ່ວມການເດີນຂະບວນສວນສະໜາມຂອງ ກຳປູເຈຍ ໄດ້ມາ ຫວຽດນາມ ແຕ່ວັນທີ 19 ເມສາ)

ຄະນະເຂົ້າຮ່ວມການເດີນຂະບວນສວນສະໜາມຂອງ ລາວ ແລະ ກຳປູເຈຍ ໄດ້ມາ ຫວຽດນາມ ແຕ່ວັນທີ 19 ເມສາ. ໃນຂະນະນັ້ນ, ຄະນະສວນສະໜາມຂອງກອງທັບປົດປ່ອຍປະຊາຊົນ ຈີນ ໄດ້ມານະຄອນ ໂຮ່ຈີມິນໃນວັນທີ 25 ເມສາ. ທຸກຄະນະລ້ວນແຕ່ກຽມພ້ອມໃຫ້ແກ່ເຫດການສຳຄັນຍິ່ງຂອງ ຫວຽດນາມ.