ແຈ້ງການທີ່ຍົກອອກມາໃນຕອນຄ່ຳວັນທີ 24 ພະຈິກ, ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ຢັ້ງຢືນວ່າ, ກຳລັງ ເຮັກໂບລາ ຢູ່ ລີບັງ ໄດ້ຍິງລູກສອນໄຟຫຼາຍກວ່າ 250 ລູກ ເມື່ອບຸກໂຈມຕີເຂດທາງພາກເໜືອ ແລະ ພາກກາງປະເທດນີ້. ຈຳນວນລູກສອນໄຟຂອງ ເຮັກໂບລາ ສ່ວນຫຼາຍຖືກກຳລັງປ້ອງກັນອາກາດ ອິດສະຣາແອັນ ຕີສະກັດ ຫຼື ຕົກໃສ່ເຂດດິນຫ່ວາງເປົ່າ. ເຖິງຢ່າງໃດກໍ່ຕາມ, ມີລູກສອນໄຟຈຳນວນໜຶ່ງຕົກໃສ່ເຂດຊຸມຊົນທາງພາກກາງ ອິດສະຣາແອັນ, ເຮັດໃຫ້ຫຼາຍຄົນຮັບບາດເຈັບ.
ໃນຂະນະນັ້ນ, ມີແຫຼ່ງຂ່າວ ອາຣັບ ຈຳນວນໜຶ່ງຢັ້ງຢືນວ່າ, ຈຳນວນລູກສອນໄຟທີ່ ເຮັກໂບລາ ຍິງໃສ່ ອິດສະຣາແອັນ ໃນວັນທີ 24 ພະຈິກ ທັງໝົດແມ່ນຫຼາຍກວ່າ 300 ລູກ, ຫຼາຍທີ່ສຸດໃນຮອບເວລາ 2 ເດືອນຜ່ານມາ. ໃນຈຳນວນບັນດາເປົ້າໝາຍຖືກບຸກໂຈມຕີມີຖານທີ່ໝັ້ນດ້ານການທະຫານ ຢ່າງໜ້ອຍສຸດ 3 ແຫ່ງ.
