ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຢ້ຽມຢາມ ວັນໝຽວ, ກວັກຕືຢາມ (ພາບ: VOV)

ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 25 – 27 ພຶດສະພາ, ຕອນບ່າຍວັນທີ 26 ພຶດສະພາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ພັນລະຍາ ໄດ້ໄປຢ້ຽມຢາມ, ຊອກຮູ້ກ່ຽວກັບວັດທະນະທຳ ຫວຽດນາມ ຢູ່ ວັນໝຽວ, ກວັກຕືຢາມ - ມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ. ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ພັນລະຍາ ໄດ້ໄປຢ້ຽມຊົມເຂດປູຊະນີຍະສະຖານ ວັນໝຽວ - ກວັກຕືຢາມ, ໂດຍໄດ້ຮັບການສ້າງຕັ້ງຂຶ້ນກ່ອນນີ້ເກືອບ 1.000 ປີ (ແຕ່ປີ 1070); ຊອກຮູ້ກ່ຽວກັບສະຖານທີ່ອະນຸລັກຮັກສາ ແລະ ເຊີດຊູວັດທະນະທຳການຮຽນ, ການເກັບຮັກສາ ແລະ ສະແດງບັນດາຄຸນຄ່າພົ້ນເດັ່ນທີ່ສຸດຂອງພື້ນຖານອະລິຍາທຳ ຫວຽດນາມ; ຮັບຊົມລາຍການສະແດງສິລະປະຟ້ອນຕຸກກະຕານ້ຳ, ດົນຕີພື້ນເມືອງທີ່ເປັນເອກະລັກຂອງວັດທະນະທຳ ຫວຽດນາມ. ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ປະຕິບັດພິທີຕີກອງຢູ່ ວັນໝຽວ - ກວັກຕືຢາມ; ຮັບຊົມການວາງສະແດງພາບຖ່າຍກ່ຽວກັບບັນດາຂີດໝາຍອັນພົ້ນເດັ່ນໃນການພົວພັນລະຫວ່າງສອງປະເທດ.

ຕອນບ່າຍຂອງວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ ຝລັ່ງ ໄດ້ຢ້ຽມຢາມ ແລະ ປູກຕົ້ນໄມ້ມິດຕະພາບຢູ່ເຂດອະນຸສອນສະຖານປະທານ ໂຮ່ຈີມິນ.

ວັນຫຽວ