ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍທ່ານນາງສະພາສູງ Natalya Kochanova (ເບື້ອງຊ້າຍມື້) ແລະ ທ່ານປະທານສະພາຕ່ຳ Igor Sergeyenko (ເບື້ອງຂວາ) (ພາບ: VOV) |
ກ່ອນໜ້ານັ້ນ, ກໍໃນວັນທີ 12 ພຶດສະພາ, ຢູ່ນະຄອນຫຼວງ Minsk, ທ່ານ ໂຕເລິມ ເລຂາທິການໃຫຍ່ ຫວຽດນາມ ໄດ້ມີການພົບປະກັບທ່ານນາງ Natalya Kochanova ປະທານສະພາສູງ ແລະ ທ່ານ Igor Sergeyenko ປະທານສະພາຕ່ຳ ແລະ ການນຳພັກຄອມມູນິດ, ພັກລັດເຊຍຂາວ (white Russia). ສອງຝ່າຍເຫັນດີເປັນເອກະພາບນຳການພົວພັນສອງຝ່າຍເຂົ້າສູ່ໄລຍະໃໝ່ຂອງສັງກາດພັດທະນາໃໝ່ດ້ວຍບັນດາມາດຕະການລະອຽດ. ເຫັນດີເພີ່ມທະວີການແລກປ່ຽນຄະນະ ແລະ ພົບປະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ; ຍົກວົງເງິນການຄ້ານຳເຂົ້າສົ່ງອອກ, ວິທະຍາສາດເຕັກໂນລຢີ, ການສຶກສາບຳລຸງສ້າງ, ວັດທະນະທຳ, ການທ່ອງທ່ຽວ ດ້ວຍການພິຈາລະນາເປີດຖ້ຽວການບິນໂດຍກົງ, ການພົບປະແລກປ່ຽນປະຊາຊົນ, ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນນຳກັນ.
ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານ Aleksandr Turchin ນາຍົກລັດຖະມົນຕີ ເບລາຣຸດ (ພາບ:VOV) |
ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນຄະນະຕາມຊ່ອງທາງລັດຖະສະພາ ແລະ ຊ່ອງທາງພັກ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍພັກການເມືອງ, ເວທີປາໄສລະຫວ່າງລັດຖະສະພາ.
ກໍໃນວັນທີ 12 ພຶດສະພາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ພົບປະກັບທ່ານ Aleksandr Turchin ນາຍົກລັດຖະມົນຕີ ເບລາຣຸດ. ການນຳສອງທ່ານກໍຕົກລົງເຫັນດີຈະສ້າງໂຄງການເຄື່ອນໄຫວເພື່ອຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດທີ່ຫາກໍ່ຍົກລະດັບ. ຕອນບ່າຍຂອງວັນດຽວກັນ, ທ່ານ ໂຕເລິມ ກໍ່ໄດ້ໄປຢ້ຽມຢາມໂຮງງານ ລົດລາກ Minsk (MTZ).
ວັນຫຽວ


