ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ

ທ່ານປະທານາທິບໍດີ ສ.ກາຊັກສະຖານ Kassym – Jomart Tokayev ເປັນປະທານພິທີຕ້ອນຮັບ. ພາຍຫຼັງພິທີຕ້ອນຮັບ, ການນຳສອງທ່ານໄດ້ມີການພົບປະວົງແຄບ ແລະ ດຳເນີນການພົບປະເຈລະຈາ.

ທີ່ການພົບປະເຈລະຈາລະຫວ່າງ ທ່ານເລຂາທິການໃຫຍ່ ໂຕເລີມ ກັບປະທານາທິບໍດີ Kassym – Jomart Tokaev, ການນຳສອງປະເທດຖືວ່າ: ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ເປີດໄລຍະໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດ, 2 ຝ່າຍໄດ້ເຫັນດີຍົກລະດັບການພົວພັນ ຫວຽດນາມ - ກາຊັກສະຖານ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ. ການນຳສອງທ່ານຢືນຢັນວ່າ: ການສ້າງຂອບເຂດການພົວພັນໃໝ່ຈະປະກອບສ່ວນຮັດແໜ້ນການເຊື່ອມຕໍ່ 5 ປະການລະຫວ່າງສອງ ປະເທດໃນປະຈຸບັນ, ໃນນັ້ນມີ: ການເຊື່ອມຕໍ່ປະຊາຊົນ, ການເຊື່ອມຕໍ່ເສດຖະກິດ, ການເຊື່ອມຕໍ່ນະໂຍບາຍ, ການເຊື່ອມຕໍ່ຄົມມະນາຄົມ ແລະ ການເຊື່ອມຕໍ່ລະຫວ່າງພາກພື້ນ.

ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ທ່ານປະທານາທິບໍດີ Tokaev ໄດ້ເຫັນດີສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ 2 ປະເທດ; ສືບຕໍ່ຊຸກຍູ້ ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຊຸກຍູ້ການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ-ເຕັກນິກການທະຫານ, ເຫັນດີປະຕິບັດແຜນການສົມທົບກັນ ຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າໄລຍະ 2023-2025, ສ້າງການກຳນົດທິດຮອດປີ 2030, ສູ້ຊົນ ເຮັດໃຫ້ວົງເງິນການຄ້າສອງຝ່າຍຂຶ້ນເຖິງ 5 ຕື້ USD ໃນປີ 2030.
ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ສະເໜີໃຫ້ຝ່າຍ ກາຊັກສະຖານ ຊຸກຍູ້ການສ້າງຕັ້ງອົງການຜູ້ຕາງໜ້າການຄ້າຫວຽດນາມ ຢູ່ ກາຊັກສະຖານ, ສະພາວິສາຫະກິດ ຫວຽດນາມ - ກາຊັກສະຖານ ເພື່ອແນໃສ່ເພີ່ມທະວີການຊຸກຍູ້ການຄ້າ, ການລົງທຶນ, ການພົວພັນຮ່ວມມືລະຫວ່າງ 2 ປະເທດ.

ທ່ານປະທານາທິບໍດີ Kassym-Jomart Tokaev ແລະ ທ່ານເລຂາທິການໃຫຍ່ ໂຕເລີມ. ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມື

ພາຍຫຼັງການເຈລະຈາ, ທ່ານປະທານາທິບໍດີ Kassym-Jomart Tokaev ໄດ້ມອບຫຼຽນໄຊມິດຕະພາບ Dostyk ຊັ້ນ 1 ໃຫ້ທ່ານເລຂາທິການໃຫຍ່ ໂຕເລີມ. ການນຳສອງປະເທດເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືໃນຂົງເຂດຍຸຕິທຳ, ວິທະຍາສາດ-ເຕັກໂນໂລຊີ, ພະລັງງານ, ການບິນ, ວັດທະນະທຳ-ກິລາ, ສື່ມວນຊົນ. 2 ຝ່າຍໄດ້ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ກາຊັກສະຖານ.

ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເປັນປະທານ ແລະ ມີບົດກ່າວປາໄສສຳຄັນໃນການໂອ້ລົມສົນທະນາໂຕະມົນ ວິສາຫະກິດ ຫວຽດນາມ - ກາຊັກສະຖານ.

ການພົບປະວົງແຄບລະຫວ່າງສອງປະເທດ

ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງ 6 ເງື່ອນໄຂສະດວກເພື່ອຊຸກຍູ້ການພົວພັນຮ່ວມມືລົງທຶນ, ການຄ້າລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ. ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ:

“ຫວຽດນາມ ຍາມໃດກໍຖືເປັນສຳຄັນບົດບາດຂອງ ກາຊັກສະຖານໃນພາກພື້ນ ອາຊີກາງ ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມືລົງທຶນ, ການຄ້າລະຫວ່າງວິສາຫະກິດ 2 ປະເທດເພື່ອມຸ່ງໄປເຖິງເປົ້າໝາຍຍົກວົງເງິນການຄ້າສອງຝ່າຍໃຫ້ບັນລຸ 5 ຕື້ USD ໃນປີ 2030. ຂ້າພະເຈົ້າສະເໜີໃຫ້ປະຊາຄົມວິສາຫະກິດສອງຝ່າຍສ້າງບັນດາລະບົບຄຸນຄ່າ, ເຊື່ອມຕໍ່ລະຫວ່າງສອງປະເທດ ແລະ ກັບຕະຫຼາດທົ່ວໂລກເພື່ອເພີ່ມທະວີການຮ່ວມມືລົງທຶນ, ດຳເນີນທຸລະກິດໃນໄລຍະຈະມາເຖິງ.”

ສ່ວນທ່ານ Yermek Kosherbayev ຮອງນາຍົກລັດຖະມົນຕີ ກາຊັກສະຖານ ສະເໜີໃຫ້ 2 ປະເທດເພີ່ມທະວີການຮ່ວມມືພັດທະນາລັດຖະບານເອເລັກໂຕນິກ, ແລກປ່ຽນບົດຮຽນປະສົບການທີ່ກ້າວໜ້າ, ຜັນຂະຫຍາຍບັນດາການບໍລິການດີຈີຕອນລຸ້ນໃໝ່ ແລະ ໝູນໃຊ້ບັນຍາປະດິດເຂົ້າໃນຂັ້ນຕອນຄຸ້ມຄອງລັດ.

ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານຮອງນາຍົກລັດຖະມົນຕີ ກາຊັກສະຖານ Yermek Kosherbayev ໄດ້ເປັນສັກຂີພິຍານພິທີມອບ - ຮັບ ບັນດາເອກະສານຮ່ວມມື ລະຫວ່າງສອງປະເທດ.