ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: VOV)

ກອງປະຊຸມ ເພື່ອແນໃສ່ເຊື່ອມຊຶມຜັນຂະຫຍາຍ, ສະຫຼຸບການປະຕິບັດມະຕິເລກທີ 18 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ XII, ສະພາບການເສດຖະກິດສັງຄົມປີ 2024, ມາດຕະການເພີ່ມລະດັບຄວາມໄວໃນການພັດທະນາເສດຖະກິດສັງຄົມປີ 2025 ແລະ ແກ້ໄຂບັນດາຈຸດອຸດຕັນກ່ຽວກັບລະບອບລະບຽບການ. ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ ປະເທດ ຫວຽດນາມ ມີທ່ວງທ່າ ແລະ ກຳລັງ, ເຈດຈຳນົງຢ່າງພຽງພໍ ແລະ ມີຄວາມຕັດສິນໃຈຢ່າງສູງເພື່ອກ້າວເຂົ້າສູ່ງສັງກາດໃໝ່, ສັງກາດບຸກບືນພັດທະນາຮັ່ງມີເຂັ້ມແຂງຂອງຊາດ; ແມ່ນຈຸດເວລາ, ໂອກາດແລະ ແມ່ນຄວາມຮຽກຮ້ອງຕ້ອງການໂດຍຈຳເປັນພາວະວິໄສເມື່ອປະຕິບັດການປະຕິວັດກ່ຽວກັບການສ້າງການຈັດຕັ້ງກົງຈັດ ຂອງລະບົບການເມືອງໃຫ້ກະທັດລັດ ເພື່ອເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ. ກ່ຽວກັບໜ້າທີ່ຂອງທັງລະບົບການເມືອງໃນໄລຍະຈະມາເຖິງ: ທ່ານເລຂາທິການໃກຍ່ ເນັ້ນໜັກວ່າ:

“ຕ້ອງສືບຕໍ່ສ້າງບາດກ້າວບຸກທະລຸກ່ຽວກັບລະບອບລະບຽບການ, ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຄັດ, ຈຸດອຸດຕັນເພື່ອລະດົມທຸກແຫຼ່ງກຳລັງ ແລະ ປະຕິຮູບການບໍລິຫານຢ່າງແຮງ, ສ້າງເຄື່ອນໄຫວສະດວກເພື່ອພັດທະນາ. ຕ້ອງມີຄວາມຮັບຮູ້ຢ່າງຈະແຈ້ງ, ປ່ຽນແປງໃໝ່ລະບອບລະບຽບການ ບໍ່ພຽງແຕ່ແມ່ນໜ້າທີ່ຂອງບັນດາອົງການສ້າງກົດໝາຍເທົ່ານັ້ນ, ຫາກຍັງແມ່ນຄວາມຮັບຜິດຊອບລວມຂອງທັງລະບົບການເມືອງ ແລະ ພະນັກງານ, ສະມາຊິກພັກແຕ່ລະສະຫາຍໃນການສ້າງ, ປະຕິບັດກົດໝາຍ. ຕ້ອງມີວິທີທີ່ມີກຳລັງແຮງຢ່າງພຽງພໍເພື່ອລົບລ້າງພະຍາດຂອງພະນັກງານເຮັດວຽກງານບໍລິຫານ, ບໍ່ມີໄຫວພິບ; ປະກົດການຫຍໍ້ທໍ້, ກໍກວນຫຍຸ້ງເຫຍີງປະຊາຊົນ, ວິສາຫະກິດ… ບັນດາແຜນນະໂຍບາຍ, ນະໂບຍາຍພັດທະນາເສດຖະກິດ - ສັງຄົມ ກໍຄົບຖ້ວນພໍສົມຄວນແລ້ວ. ດຽວນີ້ແມ່ນຈຸດເວລາຕ້ອງປະຕິບັດ”.