ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ປະກອບຄຳເຫັນ (ພາບ: VOV) |
ຕອນເຊົ້າວັນທີ 5 ພຶດສະພາ, ໂດຍປຶກສາຫາລືກ່ຽວກັບຂໍ້ສະເໜີປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນ 2013, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸ ຫວຽດນາມ ດທີ XV ຈະຮັບຮອງເອົາມະຕິສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງ ລັດຖະທຳມະນູນ 2013 ກ່ອນວັນທີ 30 ມິຖຸນາ ເພື່ອມີຜົນບັງຄັບໃຊ້ໃນວັນທີ 1 ກໍລະກົດ 2025. ທ່ານປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ ເລີ່ມຕົ້ນແມ່ນວັນທີ 6 ພຶດສະພາຈະຈັດຕັ້ງການຮັບເອົາຄຳເຫັນຂອງປະຊາຊົນກ່ຽວກັບການປັບປຸງ, ເພີ່ມເຕີມບາງມາດຕາຂອງ ລັດຖະທຳມະນູນ 2013 ໃນໄລຍະເວລາ 30 ວັນ, ວຽກງານສະຫຼຸບຈະໄດ້ຮັບການປະຕິວັດໃນ 5 ວັນ. ລັດຖະບານ ແລະ ແນວໂຮມປະເທດຊາດ ຫວຽດນາມ ຈະປະຕິບັດວຽກງານນີ້. ກ່າວຄຳເຫັນກ່ຽວກັບການເຄື່ອນໄຫວນີ້, ທ່ານ ຮ່ວາງແທັງຕຸງ, ຫົວໜ້າກຳມາທິການ ກົດໝາຍ ແລະ ຍຸຕິທຳ ສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ:
ໃນການຮັບເອົາຄຳເຫັນຂອງປະຊາຊົນຄັ້ງນີ້, ພວກຂ້າພະເຈົ້າຈະໝູນໃຊ້ວິທີການຮັບເອົາຄວາມຮູ້ໃໝ່, ຜ່ານເຕັກໂນໂລຢີຂໍ້ມູນຂ່າວສານ ແມ່ນໂປແກຼມ VneID ເພື່ອຊ່ວຍການຮັບເອົາຄຳເຫັນຂອງປະຊາຊົນໂດຍໄວ, ຄົບຖ້ວນ ແລະ ອາດຈະອະທິດປາຍ, ຕອບສະໜອງສະພາບການຮັບເອົາຄຳເຫັນໃນໄລຍະ ດ່ວນ.

