ພິທີເຊັນຈົດໝາຍແລກປ່ຽນໂຄງການ(ພາບ: nhandan.vn)
|
ວັນທີ 28 ກຸມພາ, ຢູ່ ຮ່າໂນ້ຍ, ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ) ໄດ້ສົມທົບກັບອົງການຮ່ວມມືພັດທະນາ ສະວິດ, ສະຖານທູດ ສະວິດ ປະຈຳ ຫວຽດນາມ, ຈັດພິທີເລີມເຄື່ອນໄຫວໂຄງການ “ທ່ອງທ່ຽວ ສະວິດ ເພື່ອການພັດທະນາແບບຍືນຍົງຢູ່ ຫວຽດນາມ” (ST4SD).
ໂຄງການມຸ່ງໄປເຖິງເປົ້າໝາຍສ້າງຂະແໜງທ່ອງທ່ຽວ ຫວຽດນາມ ແບບຍືນຍົງ ແລະ ຮອບດ້ານ; ໜູນຊ່ວຍການຫາເງິນລ້ຽງຊີບໃໝ່ ແລະ ພັດທະນາເສດຖະກິດແບບຍືນຍົງຢູ່ ຫວຽດນາມ. ໄລຍະປະຕິບັດນັບແຕ່ນີ້ຮອດປີ 2027, ໂຄງການຈະໜູນຊ່ວຍການສ້າງ ແລະ ຜັນຂະຫຍາຍບັນດານະໂຍບາຍຢູ່ຂັ້ນສູນກາງ ແລະ ຂັ້ນແຂວງໃນການພັດທະນາທ່ອງທ່ຽວແບບຍືນຍົງ; ຍົກສູງກຳລັງຄວາມສາມາດໃຫ້ແກ່ບັນດາຮາກຖານບຳລຸງສ້າງຂອງ ຫວຽດນາມ ຜ່ານການສະໜອງລາຍການບຳລຸງສ້າງມີຄຸນນະພາບສູງ ມຸ່ງໄປເຖິງການພັດທະນາທັກສະ ແລະ ວິຊາສະເພາະໃຫ້ແກ່ຖັນແຖວບຸກຄະລາກອນໃນຂົງເຂດທ່ອງທ່ຽວ ແລະ ໂຮງແຮມ; ໜູນຊ່ວຍບັນດາສະຖານທີ່ຂັ້ນທ້ອງຖິ່ນ ແລະ ວິສາຫະກິດທ່ອງທ່ຽວ ໃນການລົງທຶນ, ເຄື່ອນໄຫວທ່ອງທ່ຽວແບບຍືນຍົງ…

