ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ໃຫ້ກຳລັງໃຈແກ່ທິມຊາດບານເຕະ ຫວຽດນາມ |
ຕອນບ່າຍວັນທີ 8 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ (ລາວ), ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ, ພ້ອມກັບພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈຳ ລາວໄດ້ເດີນທາງລົງຢ້ຽມຢາມ ແລະ ໃຫ້ກຳລັງໃຈແກ່ທິມຊາດບານເຕະ ຫວຽດນາມ ຕໍ່ໜ້ານັດເຕະບາດທຳອິດໃນຮອບຄັດເລືອກຂອງການແຂ່ງຂັນ ASEAN Cup 2024 ກັບທິມບານເຕະປະເທດເຈົ້າພາບ ລາວ ທີ່ໄດ້ດຳເນີນໃນວັນທີ 9 ທັນວາ. ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ໃຫ້ຮູ້ວ່າ ໃນຊຸມວັນຜ່ານມາ, ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວເວົ້າລວມ ແລະ ນະຄອນຫຼວງ ວຽງຈັນເວົ້າສະເພາະຍາມໃດກໍ່ຕິດຕາມ ແລະ ຈະມາສະໜາມກິລາແຫ່ງຊາດ ລາວ ເພື່ອໃຫ້ກຳລັງໃຈ ແກ່ທິມຊາດ, ທ່ານສະແດງຄວາມເຊື່ອໝັ້ນຕໍ່ຄວາມສາມາດ ແລະ ຄວາມຕັດສິນໃຈຂອງທິມຊາດ, ທ່ານປາດຖະໜາວ່າ ຄູຝືກ Kim Sang-sik ພ້ອມກັບນັກເຕະບານ ຈະມີການແຂ່ງຂັນທີດີ ແລະ ຍາດໄດ້ໄຊຊະນະ.

