ທ່ານ ເຈິ່ນເກິ໋ມຕູ, ຜູ້ປະຈຳການຄະນະເລຂາທິການ, ຫົວໜ້າຄະນະກຳມະການກວດກາສູນກາງ ແລະ ທ່ານ ມອນໄຊ ລາວມົວຊົ່ງ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຊາຊົນປະຕິວັດລາວ (ພາບ: TTXVN)
|
ຕອນເຊົ້າວັນທີ 5 ທັນວາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນເກິ໋ມຕູ, ຜູ້ປະຈຳການຄະນະເລຂາທິການ, ຫົວໜ້າຄະນະກຳມະການກວດກາສູນກາງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໂດຍທ່ານ ມອນໄຊ ລາວມົວຊົ່ງ, ເລຂາຄະນະບໍລິຫານງານສູນກາງຄະນະຊາວໜຸ່ມປະຊາຊົນປະຊາຊົນປະຕິວັດລາວ, ເປັນຫົວໜ້າຄະນະ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານເຈິ່ນເກິມຕູ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມຍາມໃດກໍ່ສະໜັບສະໜູນຢ່າງແຮງ ແລະ ຮອບດ້ານພາລະກິດແຫ່ງການປ່ຽນແປງໃໝ່, ປົກປັກຮັກສາ ແລະ ກໍ່ສ້າງການພັດທະນາຂອງປະເທດລາວ, ຖືເປັນສຳຄັນ ແລະ ພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອປັບປຸງ, ເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ທ່ານ ເຈິ່ນເກິມຕູ ເນັ້ນໜັກວ່າການນຳສອງພັກ, ສອງລັດ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ເປັນພິເສດ ແລະ ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ຊາວໜຸ່ມສອງປະເທດ ຫວຽດນາມ - ລາວມີໂອກາດພົບປະແລກປ່ຽນມິດຕະພາບ, ເພີ່ມທະວີຄວາມເຂົ້າໃຈ, ຮ່ຳຮຽນເຊິ່ງກັນແລະກັນ, ພ້ອມກັນອຸທິດສ່ວນ ແລະ ພັດທະນາ.

