ບັນດາຜູ້ແທນປະຕິບັດພິທີ ເປີດນຳໃຊ້ຫໍສະໝຸດ (ພາບ: TTXVN) |
ວັນທີ 8 ທັນວາ, ຢູ່ສຳນັກງານອົງການການຄ້າ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ຢູ່ຈຳນະຄອນຫຼວງ ມົດສະກູ (ລັດເຊຍ), ສະມາຄົມນັກສຶກສາຫວຽດນາມ ຢູ່ ສະຫະພັນ ລັດເຊຍ ໄດ້ເປີດນຳໃຊ້ຫໍສະໝຸດ ຊາວໜຸ່ມ ເຊິ່ງແມ່ນສະຖານທີ່ດຳເນີນຊີວິດທາງດ້ານວັດທະນະທຳຈິດໃຈຂອງຊາວໜຸ່ມ ຫວຽດນາມ ໝົດທຸກຄົນ ທີ່ພວມຮ່ຳຮຽນຢູ່ ລັດເຊຍ. ຫໍສະໝຸດຊາວໜຸ່ມປັດຈຸບັນມີປຶ້ມປະມານ 1.200 ຫົວຂຶ້ນກັບຫຼາຍຂົງເຂດ ນັບແຕ່ປະຫວັດສາດ, ການເມືອງ, ເສດຖະກິດ ຕະຫຼອດຮອດ ວັດທະນະທຳ ແລະ ສິລະປະ, ມີປຶ້ມເປັນພາສາຫວຽດ ແລະ ມີພາສາຕ່າງປະເທດອີກດ້ວຍ. ບັນດາປຶ້ມດັ່ງກ່າວໄດ້ເອົາລົງໃນເວັບໄຊ ຂອງສະມາຄົມເພື່ອໃຫ້ນັກສຶກສາສາມາດຊອກຮູ້ກ່ອນທີ່ຈະໄປຫໍສະໝຸດ. ນອກຈາກນັ້ນ, ຫໍສະໝຸດ ຍັງວາງສະແດງບັນດາວັດຖຸພັນ, ຂອງຂວັນ, ໃບຍ້ອງຍໍເຊິ່ງສະມາຄົມນັກສຶກສາ ຫວຽດນາມ ຢູ່ ສະຫະພັນ ລັດເຊຍ ໄດ້ຮັບ ຍ້ອນມີຜົນງານໃນການຮ່ຳຮຽນ, ທຳການກຸສົນ ແລະ ອ່ວາຍໜ້າເມື່ອຫາປະເທດຊາດ.

