ຄະນະຜູ້ແທນ ຫວຽດນາມ (ພາບ: TTXVN) |
ຄະນະປະຕິບັດງານລວມມີສະມາຊິກຫຼາຍກວ່າ 130 ຄົນ, ຕາງໜ້າໃຫ້ແກ່ວິສາຫະກິດກວ່າ 100 ແຫ່ງຂອງ ຫວຽດນາມ ໃນຫຼາຍຂະແໜງການ, ຂົງເຂດ, ໂດຍທ່ານ ກາວແອັງຕວັນ ຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ນຳໜ້າ, ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດການລົງທຶນເຂົ້າ ອາເມລິກາ ຄັ້ງທີ 11 ປີ 2025 ແຕ່ວັນທີ 11 – 14 ພຶດສະພາ. ກອງປະຊຸມໄດ້ດຳເນີນຢູ່ National Harbor, ສະຫະລັດ Maryland, ອາເມລິກາ.
ໃນກອງປະຊຸມ, ບັນດາວິສາຫະກິດ ຫວຽດນາມ ມີໂອກາດເຂົ້າຮ່ວມ, ເຊື່ອມຕໍ່ກັບບັນດາອົງການພັດທະນາເສດຖະກິດຂອງລັດແຫ່ງຕ່າງໆຂອງ ອາເມລິກາ ເພື່ອຊອກຫາ ແລະ ເພີ່ມທະວີການເຄື່ອນໄຫວລົງທຶນໃໝ່, ເປີດກວ້າງການລົງທຶນຫຼາຍກວ່າອີກ.

