ໃນໂອກາດນີ້, ຄະນະປະຈຳຊາວໜຸ່ມໄດ້ເປີດຕົວກອງ “ທົ່ວປວງຊົນຮ່ຳຮຽນໃນຍຸກດີຈີຕອນ”, ມອບແຫຼ່ງເງິນລົງທຶນໜູນຊ່ວຍໃຫ້ແກ່ຊາວໜຸ່ມເລີ່ມ Startup, ມອບລົດຖີບ ແລະ ທຶນການສຶກສາໃຫ້ແກ່ນັກຮຽນໃນຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ, ຜັນຂະຫຍາຍກອງອາສາສະໝັກໜູນຊ່ວຍປະຊາຊົນຕາມຮູບແບບ “ການຊຳລະບໍ່ໃຊ້ເງິນສົດ”.
ຕອບສະໜອງພິທີເລີ່ມຕົ້ນເດືອນຊາວໜຸມ, ວັນທີ 1 ແລະ 2 ມີນາ, ຢູ່ເມືອງຊາແດນ ໄຕຢາງ (ແຂວງກ໋ວາງນາມ) ໄດ້ດຳເນີນພິທີ “ເດືອນມີນາເຂດຊາຍແດນ”. ຢູ່ລາຍການ, ຄະນະຈັດຕັ້ງໄດ້ມອບທຶນການສຶກສາໃຫ້ແກ່ນັກຮຽນ ແລະ ປະຊາຊົນປະສົບກັບຄວາມຫຍຸ້ງຍາກ, ພ້ອມກັນນັ້ນ ແມ່ນແນວພັນປູກເພື່ອສ້າງການຫາເງິນລ້ຽງຊີບໃຫ້ແກ່ພໍ່ແມ່ພີ່ນ້ອງ…
ວັນທີ 1 ມີນາ, ຢູ່ເມືອງໂມຣາຍ (ເມືອງຊາໄທ), ແຂວງກອນຕຸມ ໄດ້ຈັດພິທີເລີ່ມຕົ້ນເດືອນຊາວໜຸ່ມ ຕິດພັນກັບໂຄງການ “ເດືອນມີນາເຂດຊາຍແດນ” ປີ 2025. ໃນໂອກາດນີ້, ບັນດາສະມາຊິກ, ຊາວໜຸ່ມໄດ້ເລີ່ມຕົ້ນການປູກຕົ້ນໄມ້, ຈັດຕັ້ງການກວດປິ່ນປົວ, ແຈກຢາຍຢຸກຢາໂດຍບໍເສຍຄ່າໃຫ້ແກ່ພໍ່ແມ່ປະຊາຊົນເຂດຊາຍແດນ…
ຢູ່ເຂດອະນຸສາວາລີໄຊຊະນະ Junction City (ເມືອງເຕິນເຈົາ, ແຂວງໄຕນິງ), ຄະນະຊາວໜຸ່ມແຂວງໄຕນິງໄດ້ຈັດພິທີເລີ່ມຕົ້ນເດືອນຊາວໜຸ່ມ 2025 ດ້ວຍຫົວຂໍ້ “ຊາວໜຸ່ມໄຕນິງ ປະຈັນບານ, ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງໃນການກໍ່ສ້າງບ້ານເກີດເມືອງນອນໃຫ້ຮັ່ງມີ, ສວຍງາມ, ເຂັ້ມແຂງ”.
