ເວທີປາໄສ Startup ແຫ່ງຊາດ ນະວັດຕະກຳ ຄັ້ງທີ 5

ເວທີປາໄສ Startup ແຫ່ງຊາດຄັ້ງທີ 5 ບໍ່ພຽງແຕ່ແມ່ນວັນບຸນຂອງບັນດາຜູ້ເລີ່ມຕົ້ນ Startup ໃນຂົງເຂດເຕັກໂນໂລຢີເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອໃຫ້ບັນດານັກຊ່ຽວຊານແບ່ງປັນຄວາມຮູ້ກ່ຽວກັບເຕັກໂນໂລຢີ ແລະ ເຕັກນິກຫຼ້າສຸດກໍ່ຄືຍຸດທະສາດດຳເນີນທຸລະກິດ, marketing, ລົງທຶນ ແລະ ສົ່ງເສີມການຄ້າ. ການເລີ່ມດຳເນີນທຸລະກິດໃນຂົງເຂດເຕັກໂນໂລຢີ, ຖ່າຍທອດວິທະຍາສາດເຕັກໂນໂລຢີ ຈະຊ່ວຍພັດທະນາວິສາຫະກິດ ຫວຽດນາມ ໃນຂະແໜງເຕັກໂນໂລຢີເວົ້າລວມ, ພ້ອມທັງເຊື່ອມຕໍ່ການດຶງດູດນັກລົງທຶນຕ່າງປະເທດ ເຂົ້າຂົງເຂດນີ້ຢູ່ ຫວຽດນາມ.