(ພາບປະກອບ: Reuters/TTXVN)

ຕອນຄ່ຳວັນທີ 02 ມີນາ (ຕາມເວລາ ລອນດອນ), ທ່ານປະທານາທິບໍດີ ຝລັ່ງ Emmanuel Macron, ຢັ້ງຢືນວ່າ, ປາຣີ ແລະ ລອນດອນ ຈະສະເໜີຄຳສັ່ງຢຸດຍິງ “ທາງອາກາດ, ທາງທະເລ” ທີ່ແກ່ຍາວເປັນເວລາ 1 ເດືອນຢູ່ ຢູແກຼນ. ຂໍ້ມູນດັ່ງກ່າວໄດ້ຍົກອອກມາພາຍຫຼັງສິ້ນສຸດກອງປະຊຸມສຸດຍອດກ່ຽວກັບ ຢູແກຼນ, ທີ່ຈັດຂຶ້ນໃນຕອນບ່າຍວັນດຽວກັນ, ຢູ່ ລອນດອນ (ອັງກິດ). ທ່ານປະທານາທິບໍດີ ຝລັ່ງ ກໍ່ສະເໜີໃຫ້ບັນດາປະເທດ ເອີລົບ ເພີ່ມງົບປະມານປ້ອງກັນຊາດຂຶ້ນລະດັບ 3,0 – 3,5% ຍອດຜະລິດຕະພັນພາຍໃນ (GDP) ເພື່ອຮັບມືກັບການປ່ຽນແປງບັນດາບຸລິມະສິດຂອງ ອາເມລິກາ.

ໃນຂະນະນັ້ນ, ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ ພາຍຫຼັງກອງປະຊຸມສຸດຍອດ, ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ໃຫ້ຮູ້ວ່າ, ບັນດາການນຳ ເອີລົບ ໄດ້ເຫັນດີສ້າງແຜນການສັນຕິພາບໃຫ້ແກ່ ຢູແກຼນ ເພື່ອນຳມາປຶກສາຫາລືກັບ ອາເມລິກາ. ການກະທຳດັ່ງກ່າວໄດ້ຮັບການຕີລາຄາວ່າແມ່ນບາດກ້າວສຳຄັນເພື່ອໃຫ້ ວໍຊິງຕັນ ສາມາດສະໜອງບັນດາການຮັບປະກັນຄວາມສະຫງົບເຊິ່ງ Kiev ຖືວ່າ ມີຄວາມຈຳເປັນ.