ໃນແຈ້ງການທີ່ໄດ້ຍົກອອກມາໃນວັນທີ 26 ພະຈິກ, ລັດຖະມົນຕີກະຊວງການຕ່າງປະເທດກຸ່ມ 7 ປະເທດອຸດສາຫະກຳພັດທະນາ (G7) ໄດ້ຢັ້ງຢືນຄືນໃໝ່ ການໜູນຊ່ວຍບັນດາປະເທດ ອາບຟຼິກກາ ມຸ່ງໄປເຖິງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາແບບຍືນຍົງ, ກໍ່ຄືສ້າງວຽກເຮັດງານທຳ ແລະ ການເຕີບໂຕ. ແຈ້ງການຂອງ G7 ໄດ້ຍົກອອກມາ ພາຍຫຼັງກອງປະຊຸມຢູ່ ອີຕາລີ ທີ່ມີເນື້ອໃນກ່ຽວກັບການພົວພັນຄູ່ຮ່ວມມືກັບບັນດາປະເທດ ອາບຟຼິກກາ, ໃນນັ້ນ ໄດ້ເນັ້ນໜັກຈະສືບຕໍ່ສ້າງການພົວພັນຄູ່ຮ່ວມມືຢ່າງມີຄວາມສະເໝີພາບ ແລະ ຍືນຍົງ ກັບ ອາບຟຼິກກາ ໂດຍອີງຕາມຂໍ້ລິເລີ່ມຕົວຈິງ, ເໝາະສົມກັບໂຄງການດຳເນີນງານ 2063 ຂອງສະຫະພາບ ອາບຟຼິກກາ (AU) ແລະ ບັນດາແຜນການຫົວຂໍ້ປະສົມປະສານຂອງ ທະວີບອາບຟຼິກກາ, ເພື່ອແນໃສ່ພ້ອມກັນແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ. G7 ແຈ້ງໃຫ້ຊາບວ່າ ຈະສືບຕໍ່ປັບປຸງການພົວພັນຄູ່ຮ່ວມມື G7 ກ່ຽວກັບພື້ນຖານໂຄງລ່າງ ແລະ ການລົງທຶນທົ່ວໂລກ (PGII) ຢູ່ທະວີບ ອາບຟຼິກກາ ກໍ່ຄືບັນດາຂໍ້ລິເລີ່ມຄື: “ປະຕູເຂົ້າອອກທົ່ວໂລກ” ຂອງສະຫະພາບ ເອີລົບ ເພື່ອຊຸກຍູ້ພື້ນຖານໂຄງລ່າງທີ່ມີຄຸນນະພາບແບບຍືນຍົງ, ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວລົງ, ຮອບດ້ານ, ກ້າແກ່ນ ແລະ ມີຄວາມເປັນໄປໄດ້ສູງກ່ຽວກັບດ້ານເສດຖະກິດ, ໄດ້ຮັບໜູນຊ່ວຍອີງຕາມບັນດາມາດຕະຖານສູງ, ຄັດເລືອກໂຄງການທີ່ໂປງໃສໃນການຊື້ຂາຍ ແລະ ການເງິນ.
G7 ໃຫ້ຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍບັນດາປະເທດ ອາບຟຼິກກາ ພັດທະນາ
(VOVWORLD) - ລັດຖະມົນຕີກະຊວງການຕ່າງປະເທດກຸ່ມ 7 ປະເທດອຸດສາຫະກຳພັດທະນາ (G7) ໄດ້ຢັ້ງຢືນຄືນໃໝ່ ການໜູນຊ່ວຍບັນດາປະເທດ ອາບຟຼິກກາ ມຸ່ງໄປເຖິງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາແບບຍືນຍົງ, ກໍ່ຄືສ້າງວຽກເຮັດງານທຳ ແລະ ການເຕີບໂຕ.
