ກຸ່ມອາຊີ - ປາຊີຟິກ ຢູ່ສປຊ ໃນວັນທີ 27 ກຸມພາ ໄດ້ເຫັນດີເປັນເອກະພາບສະເໜີ ຫວຽດນາມ ເຂົ້າດຳລົງຕຳແໜ່ງປະທານກອງປະຊຸມຄັ້ງທີ 35 ບັນດາປະເທດສະມາຊິກ ອະນຸສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (SPLOS). ປະທານກອງປະຊຸມຈະໄດ້ຮັບການເລືອກຕັ້ງຢ່າງເປັນທາງການກ່ອນດຳເນີນກອງປະຊຸມ, ທີ່ດຳເນີນໃນວັນທີ 23 – 27 ມິຖຸນາ ຢູ່ສຳນັກງານ ສປຊ ຢູ່ນິວຢອກ, ອາເມລິກາ. ຖ້າໄດ້ຮັບການເລືອກຕັ້ງ, ນີ້ຈະເປັນຄັ້ງທຳອິດທີ່ຫວຽດນາມ ຮັບດຳລົງຕຳແໜ່ງປະທານ SPLOS ນັບແຕ່ເວລາກາຍເປັນສະມາຊິກຂອງ ສົນທິສັນຍາ ສປຊກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ໃນປີ 1994, ເຊິ່ງສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຢູ່ລະດັບສູງ ແລະ ການຮັບຮູ້ຂອງປະຊາຄົມສາກົນຕໍ່ບັນດາຄວາມມານະພະຍາຍາມນຳໜ້າຂອງ ຫວຽດນາມໃນການປະຕິບັດກົດໝາຍ, ປັບປຸງຄູນຄ່າທົ່ວໄປຂອງ UNCLOS, ກໍ່ຄືບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງຫວຽດນາມ ເຂົ້າໃນວຽກງານລວມຂອງ ສປຊ.
ຫວຽດນາມໄດ້ຮັບການສະເໜີດຳລົງຕຳແໜ່ງປະທານກອງປະຊຸມບັນດາປະເທດສະມາຊິກ ອະນຸສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ຄັ້ງທີ 35
(VOVWORLD) - ຖ້າໄດ້ຮັບການເລືອກຕັ້ງ, ນີ້ຈະເປັນຄັ້ງທຳອິດທີ່ຫວຽດນາມ ຮັບດຳລົງຕຳແໜ່ງປະທານ SPLOS ນັບແຕ່ເວລາກາຍເປັນສະມາຊິກຂອງ ສົນທິສັນຍາ ສປຊກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ໃນປີ 1994
