ມືປືນ Houthi(ພາບປະກອບ: THX/TTXVN)
|
ສະພາບການຢູ່ ເຢແມັນ ສືບຕໍ່ເຄັງຕຶງ ເມື່ອວັນທີ 31 ສິງຫາ, ກຳລັງ Houthi ໄດ້ພ້ອມກັນບຸກໂຈມຕີຫຼາຍຫ້ອງການຂອງສະຫະປະຊາຊາດ ປະຈຳນະຄອນຫຼວງ Sanaa, ຈັບຕົວພາລະກອນມະນຸດສະທຳຢ່າງໜ້ອຍສຸດ 11 ຄົນ.
ຕາມທ່ານ Abeer Etefa, ໂຄສົກອົງການທັນຍາຫານໂລກ (WFP) ແລ້ວ, ບັນດາມືປືນ Houthi ໄດ້ປຸກເຂົ້າສຳນັກງານອົງການສະຫະປະຊາຊາດຫຼາຍແຫ່ງ, ໃນນັ້ນມີອົງການທັນຍາຫານໂລກ WFP, ອົງການອະນາໄມໂລກ (WHO) ແລະ ກອງທຶນສະຫະປະຊາຊາດເພື່ອເດັກ (UNICEF). ມີພາລະກອນຫຼາຍຄົນຖືກສອບສວນ, ມີພາລະກອນຈຳນວນໜຶ່ງຖືກພາຕົວໄປ.
ໃນຖະແຫຼງການເມື່ອຕອນຄ່ຳວັນທີ 31 ສິງຫາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ກ່າວປະນາມການບຸກໂຈມຕີ ແລະ ຢຶດເອົາຊັບສິນຢູ່ຫ້ອງການ; ພ້ອມກັນນັ້ນ, ທ່ານຮຽກຮ້ອງໃຫ້ກຳລັງດັ່ງກ່າວປ່ອຍຕົວເປັນອິດສະຫຼະໃຫ້ພາລະກອນສະຫະປະຊາຊາດທັງໝົດໃນທັນທີ ແລະ ບໍ່ມີເງື່ອນໄຂ.

