ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ

ວັນທີ 8 ພຶດສະພາ, ເນື່ອງໃນໂອກາດສິງກະໂປ ຈັດຂຶ້ນ ການເລືອກຕັ້ງສະພາແຫ່ງຊາດ ຄັ້ງທີ 14ສຳເລັດຜົນ ດ້ວຍໄຊຊະນະຂຶ້ນກັບ ພັກກະທຳເພື່ອປະຊາຊົນ (PAP), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໂອ້ລົມທາງໂທລະສັບ ກັບທ່ານ Lawrence Wong ເລຂາທິການໃຫຍ່ ພັກກະທຳປະຊາຊົນ (PAP), ນາຍົກລັດຖະມົນຕີ ສິງກະໂປ.

ທີ່ການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະແດງຄວາມໄວ້ເນື້ອເຊື່ອໃຈຕໍ່ພາລະກິດເຊິ່ງປະຊາຊົນ ສິງກະໂປມອບໝາຍໃຫ້, ທ່ານນາຍົກລັດຖະມົນຕີ Lawrence Wong ຈະສືບຕໍ່ນຳໜ້າ, ນຳປະເທດ ສິງກະໂປຜ່ານຜ່າທຸກສິ່ງທ້າທາຍ, ສືບຕໍ່ພັດທະນາຢ່າງເປັນປົກກະຕິ, ວັດທະນາຖາວອນ. ແລກປ່ຽນກ່ຽວກັບການພົວພັນ ຫວຽດນາມ - ສິງກະໂປ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີສອງຝ່າຍຍູ້ແຮງການຮ່ວມມືດ້ານເສດຖະກິດ, ເປີດກວ້າງການລົງທຶນຂອງສິງກະໂປ ຢູ່ ຫວຽດນາມ, ເປັນຕົ້ນແມ່ນໃນບັນດາຂົງເຂດເຕັກໂນໂລຢີສູງ, ພະລັງງານທົດແທນ, ພື້ນຖານໂຄງລ່າງອັດສະລິຍະ ແລະ ພັດທະນາຕົວເມືອງແບບຍືນຍົງ.

ສ່ວນທ່ານນາຍົກລັດຖະມົນຕີ ໄດ້ຂອບໃຈທ່ານເລຂາທິການໃຫຍ່ ໂຕເລິມ ທີ່ໄດ້ສົ່ງສານອວຍພອນ, ແບ່ງປັນໄຊຊະນະກັບ PAP ໃນການເລືອກຕັ້ງ ດ້ວຍຄວາມມານະພະຍາມຢ່າງສຸດຂີດຂອງບັນດາສະມາຊິກພັກ ເພື່ອແນໃສ່ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນສິງກະໂປ ຕໍ່ພັກ PAP.