ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເວເນຊູເອລາ ຫວູຈຸງມີ ແລະ ທ່ານ Gerardo Marquez ຜູ້ວ່າການລັດ Trujillo (ພາບ: TTXVN) |
ໃນຂອບເຂດບັນດາການເຄື່ອນໄຫວເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາທ້ອງຖິ່ນຂອງ ເວເນຊູເອລາ, ໃນລະຫວ່າງວັນທີ 28 ກຸມພາ - 2 ມີນາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເວເນຊູເອລາ ຫວູຈຸງມີ ພ້ອມກັບຄະນະປະຕິບັດງານຂອງສະຖານທູດ ແລະ ຜູ້ຕາງໜ້າວິສາຫະກິດ ຫວຽດນາມໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ລັດ Trujillo ເພື່ອຊອກຫາໂອກາດຮ່ວມມືໃນຫຼາຍຂົງເຂດ, ພິເສດແມ່ນການຄ້າ ແລະ ກະສິກຳ.
ໃນການເດີນທາງໄປປະຕິບັດງານ, ທ່ານເອກອັກຄະລັດຖະທູດ ຫວູຈຸງມີ ໄດ້ມີການພົບປະ, ເຮັດວຽກກັບທ່ານ Gerardo Marquez ຜູ້ວ່າການລັດ Trujillo,ທ່ານນາງ Angie Quintana ເຈົ້າຄອງນະຄອນ Valera, ປະທານກຸ່ມມິດຕະພາບ ເວເນຊູເອລາ - ຫວຽດນາມ ຢູ່ລັດ Trujillo, ທ່ານ Carlos Fonseca, ຜູ້ຕາງໜ້າຫ້ອງການການຄ້າລັດ Trujillo, ສະມາຄົມບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຂອງທ້ອງຖິ່ນ.
ທີ່ການເຮັດວຽກ ທ່ານ Gerardo Marquez ຢັ້ງຢືນການຢ້ຽມຢາມຂອງຄະນະປະຕິບັດງານຂອງສະຖານທູດ ຫວຽດນາມ ແມ່ນຂີດໝາຍສຳຄັນໃນການຊຸກຍູ້ການພົວພັນມິດຕະພາບລະຫວ່າງ ເວເນຊູເອລາ ແລະຫວຽດນາມ ເວົ້າລວມ ແລະ ລະຫວ່າງລັດ Trujillo ແລະ ຫວຽດນາມ ເວົ້າສະເພາະ. ທ່ານ Gerardo Marquez ໃຫ້ຮູ້ວ່າໜຶ່ງໃນສາມລັດເຂດພູສູງຂອງເວເນຊູເອລາ, ຢູ່ພູພຽງ Andres, ກະສິກຳ ແມ່ນທ່າແຮງຂອງລັດ ດ້ວຍບັນດາຜະລິດຕະພັນຫຼັກແຫຼ່ງແມ່ນ: Strawberry, ໝາກກ້ວຍ, ກາເຟ, ໝາກຖົ່ວ ແລະ ໝາກໄມ້ປະເພດງິມຊະນິດຕ່າງໆ. ນີ້ແມ່ນຂົງເຂດເຊິ່ງຫວຽດນາມ ແລະ ເວເນຊູເອລາມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຊຸກຍູ້.

