ພິທີມອບຮັບຂໍ້ຕົກລົງຮ່ວມມືການສົ່ງອອກໄຟຟ້າພະລັງງານທົດແທນ (ພາບ: VGP) |
ໂດຍສືບຕໍ່ບັນດາການເຄື່ອນໄຫວຢູ່ Kuala Lumpur, ມາເລເຊຍ, ເນື່ອງໃນໂອກາດໄປເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນຄັ້ງທີ 46 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong ໄດ້ເປັນສັກຂີພິຍານພິທີມອບຮັບຂໍ້ຕົກລົງຮ່ວມມືການສົ່ງອອກໄຟຟ້າພະລັງງານທົດແທນ.
ເຫດການນີ້ໄດ້ສ້າງບາດກ້າວເລີ່ມຕົ້ນສຳຄັນໃນການຜັນຂະຫຍາຍການຮ່ວມມືສອງຝ່າຍ, ຢັ້ງຢືນຄຳໝັ້ນສັນຍາລວມເພື່ອແນໃສ່ຊຸກຍູ້ການຄ້າໄຟຟ້າສະອາດຂ້າມປະເທດ. ນີ້ກໍ່ແມ່ນຂີດໝາຍສຳຄັນສະແດງໃຫ້ເຫັນຄວາມຕັດສິນໃຈລວມໃນການຫັນວິໄສທັດກ່ຽວກັບຕ່າໜ່າງໄຟຟ້າອາຊຽນໃຫ້ປະກົດຜົນເປັນຈິງ ແລະ ເພີ່ມທະວີການເຊື່ອມຕໍ່ພະລັງງານໃນພາກພື້ນ ຕາມທິດຍືນຍົງ ແລະ ມີໄຫວພິບກ່ວາ.
ຂໍ້ຕົກລົງສາມຝ່າຍສ້າງຂີດໝາຍບາດກ້າວເດີນສຳຄັນໃນການພັດທະນາພື້ນຖານໂຄງລ່າງສີຂຽວຂ້າມຊາຍແດນ, ຂຸດຄົ້ນຄວາມສາມາດບົ່ມຊ້ອນພະລັງງານທົດແທນ ຂອງ ຫວຽດນາມ, ມຸ່ງໄປເຖິງການເປີດອອກຮູບແບບການຮ່ວມມືພະລັງງານທົດແທນຂ້າມຊາຍແດນ ທີ່ອາດສາມາດເປີດກວ້າງຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ຈາກນັ້ນ, ກໍ່ນຳພາກພື້ນກາຍເປັນຮູບແບບທົ່ວໂລກກ່ຽວກັບວິທີການລົບລ້າງ ກາກບອນ ແລະ ຫັນປ່ຽນພະລັງງານບົນພື້ນຖານການຮ່ວມື. ນີ້ແມ່ນສິ່ງພິສູດໃຫ້ແກ່ຄວາມມານະພະຍາຍາມຊຸກຍູ້ວິວັດການເຊື່ອມຕໍ່ພະລັງງານໃນພາກພື້ນ ແລະ ຫັນການປະຕິບັດຕາໜ່າງໄຟຟ້າອາຊຽນໃຫ້ປະກົດຜົນເປັນຈິງ.

