ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ການພົວພັນ ຫວຽດນາມ - ອາເມລິກາ ນັບມື້ນັບມີການພັດທະນາຢ່າງດີງາມ, ໃນນັ້ນມີການປະກອບສ່ວນຂອງວິສາຫະກິດສອງປະເທດ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ພວມປະຕິບັດ 6 ໜ້າທີ່ຈຸດສຸມ ແລະ 3 ບຸດທະລຸຍຸດທະສາດເພື່ອນຳຫວຽດນາມ ບືນຕົວຂຶ້ນໃນສັງກາດໃໝ່. ເພື່ອປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກ, ຫວຽດນາມ ສືບຕໍ່ຍູ້ແຮງການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຕາມທິດກ້າວເຂົ້າໃກ້ກັບທຳນຽມສາກົນ, ມານະພະຍາຍາມກະກຽມເງື່ອນໄຂຕ່າງໆ ແລະ ສ້າງຄວາມສະດວກໃຫ້ແກ່ບັນດານັກລົງທຶນສາກົນ, ໃນນັ້ນມີບັນດາວິສາຫະກິດອາເມລິກາ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ວິສາຫະກິດສອງປະເທດຈະແມ່ນແຫຼ່ງກຳລັງເສີມຂະຫຍາຍຄວາມສາມາດບົ່ມຊ້ອນໃນການຮ່ວມມືຫວຽດນາມ - ອາເມລິກາ ຢ່າງບໍ່ມີເຂດຈຳກັດ, ທ່ານສະເໜີບັນດາວິສາຫະກິດອາເມລິກາ ໃຫ້ຄວາມສົນໃຈ ພັດທະນາບັນດາໂຄງການລົງທຶນໃຫ້ມີຂອບຂະໜາດໃຫຍ່ກ່ວາ, ມີກຳລັງແຜ່ກະຈາຍທີ່ແຮງກ່ວາເພື່ອສ້າງບາດກ້າວບຸກທະລຸກ່ວາອີກໃນການຮ່ວມມືລະຫວ່າງສອງປະເທດ. ທ່ານໃຫ້ຮູ້ວ່າ:
ພວກຂ້າພະເຈົ້າປາດຖະໜາວ່າ ຝ່າຍອາເມລິກາຈະໜູນຊວ່ຍຫວຽດນາມ ກ່ຽວກັບດ້ານທຶນ, ເຕັກໂນໂລຢີ, ການຄຸ້ມຄອງ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດເພື່ອປະຕິບັດບັນດາໂຄງການໃຫຍ່ ແລະ ປາດຖະໜາຢາກໃຫ້ບັນດານັກລົງທຶນເຂົ້າຮ່ວມບັນດາໂຄງການໃຫຍ່ຄື: ສູນກາງເງິນສາກົນຢູ່ນະຄອນ ໂຮ່ຈີມິນ ແລະ ດ່ານັ້ງ, ເສັ້ນທາງລົດໄຟຄວາມໄວສູງ ເໜືອ - ໃຕ້, ກໍ່ສ້າງໂຮງງານຜະລິດໄຟຟ້ານິວເຄຼຍ, ສ້າງເສັ້ນທາງລົດໄຟຄວາມໄວສູງເຊື່ອມຈອດບັນດາປະເທດ ອາຊຽນ ແລະ ພາກພື້ນ, ສ້າງລະບົບເສັ້ນທາງຄວາມໄວສູງ ເໜືອ - ໃຕ້, ສ້າງລະບົບສະໜາມບິນ, ທ່າກຳປັ່ນໃຫຍ່, ບັນດາໂຄງການກ່ຽວກັບພະລັງງານສະອາດ.
ຢູ່ກອງປະຊຸມ, ວິສາຫະກິດສອງປະເທດໄດ້ສຸມໃສ່ປຶກສາຫາລື ເຂົ້າໃນຄວາມຕ້ອງການປະກາດໃຊ້ຂໍ້ກຳນົດທີ່ສົມເຫດສົມຜົນ, ຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງພື້ນຖານເສດຖະກິດດີຈີຕອນຢ່າງສຸດຂີດ, ແກ້ໄຂບັນດາຄວາມຕ້ອງການດ້ານຄວາມໝັ້ນຄົງດ້ານພະລັງງານ ແລະ ຫຼຸດຜ່ອນຄວາມສ່ຽງ, ກໍ່ຄືປັບປຸງຄວາມສາມາດໃນການລະດົມແຫຼ່ງກຳລັງ, ການຜະລິດ ແລະ ລະບົບສະໜອງ.

