ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ

ວັນທີ 15 ມັງກອນ, ອົງການ ສປຊ ເພື່ອການພັດທະນາ (UNDP) ໄດ້ຈັດວາລະໂອ້ລົມສົນທະນານະໂຍບາຍດ້ວຍຫົວຂໍ້ “ກຳນົດທີ່ຕັ້ງການພັດທະນາຢູ່ພາກພື້ນອາຊີ - ປາຊີຟິກຄືນໃໝ່: ຊຸກຍູ້ການຫັນປ່ຽນ ແລະ ພັດທະນາແບບກວມລວມ”. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ແບ່ງປັນກ່ຽວກັບວິໄສທັດພັດທະນາຂອງ ຫວຽດນາມ ຈົນຮອດປີ 2045, ຜົນສຳເລັດດ້ານເສດຖະກິດ - ສັງຄົມທີ່ພົ້ນເດັ່ນໃນປີ 2024 ຈຳນວນໜຶ່ງ ແລະ ບັນດາບຸລິມະສິດຫຼັກເພື່ອແນໃສ່ສ້າງກຳລັງໜູນເຕີບໂຕໃໝ່ ແລະ ຮັບປະກັນການພັດທະນາແບບຍືນຍົງ, ກວມລວມ. ທ່ານດັ້ງຮ່ວາງຢາງ ເນັ້ນໜັກວ່າ ໃນວິວັດການພັດທະນາຂອງຕົນ, ຫວຽດນາມ ຍາມໃດກໍ່ຖື ສປຊ ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ທ່ານຢັ້ງຢືນຈະສືບຕໍ່ສົມທົບກັບ UNDP ຢ່າງແໜ້ນແຟ້ນ ໃນການຜັນຂະຫຍາຍບັນດາໂຄງການ, ແຜນການກ່ຽວກັບການພັດທະນາໃນໄລຍະຈະມາເຖິງ.