ກອງປະຊຸມບໍ່ເປັນທາງການລະຫວ່າງ ລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ - ຈີນ (ພາບ: VOV)

ໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ (ADMM) ຄັ້ງທີ 18, ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດອາຊຽນ ເປີດກວ້າງ (ADMM+) ຄັ້ງທີ 11, ພ້ອມກັບບັນດາກອງປະຊຸມທີ່ກ່ຽວຂ້ອງພວມດຳເນີນຢູ່ ວຽງຈັນ, ປະເທດລາວ, ຕອນບ່າຍວັນທີ 21 ພະຈິກ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ແລະ ທ່ານພົນໂທ ຕຸງຈູຍ ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ, ເປັນປະທານຮ່ວມກອງປະຊຸມບໍ່ເປັນທາງການລະຫວ່າງ ລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ - ຈີນ. ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມ.

ທີ່ການພົບປະ, ບັນດາຜູ້ແທນໄດ້ຫວນຄືນບັນດາຜົນງານ ແລະ ປະສົບການທີ່ສຳເລັດຜົນຂອງການຮ່ວມມືດ້ານປ້ອງກັນຊາດ ອາຊຽນ - ຈີນ, ແບ່ງປັນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈກໍ່ຄືສະເໜີບັນດາທິດທາງປັບປຸງ, ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ໃນໄລຍະຈະມາເຖິງ. ກ່າວຄຳເຫັນທີ່ການພົບປະ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ອາຊຽນ ແລະ ຈີນໃນໄລຍະຜ່ານມາ ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ, ມີປະສິດທິຜົນ.

ຢູ່ນອກກອງປະຊຸມ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເຂົ້າຮ່ວມການພົບປະສອງຝ່າຍກັບທ່ານ ພົນໂທ Alexander Fomin ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ, ທ່ານພົນໂທ ຕຸງຈູຍ ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ, ທ່ານ Lloyd Austin ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ.