ທ່ານດັ້ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ກອງປະຊຸມ

ເຂົ້າຮ່ວມກ່າວຄຳເຫັນທີ່ກອງປະຊຸມ, ທ່ານດັ້ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ຂີດໝາຍສະເຫຼີມສະຫຼອງ 80 ປີແຫ່ງການສ້າງຕັ້ງ ສປຊ ໃນປີ 2025 ແມ່ນໂອກາດສຳຄັນເພື່ອໃຫ້ປະຊາຄົມສາກົນ ພ້ອມກັນຫວນຄືນບັນດາຜົນສຳເລັດທີ່ບັນລຸໄດ້ ແລະ ວາງອອກການກຳນົດທິດໃໝ່ໃຫ້ເໝາະສົມເພື່ອແກ້ໄຂບັນດາສິ່ງທ້າທາຍໃນໄລຍະຈະມາເຖິງ. ຫວຽດນາມ ສະແດງຄວາມຊົມເຊີຍຕໍ່ການຮັບຮອງເອກະສານ ເພື່ອອະນາຄົດ ແລະ ຄຳໝັ້ນສັນຍາຈະຊຸກຍູ້ການປະຕິບັດຂໍ້ຕົກລົງນີ້ຢ່າງມີປະສິດທິຜົນ ເພື່ອແນໃສ່ຮັບປະກັນອະນາຄົດທີ່ສວຍງາມ ແລະ ຍືນຍົງໃຫ້ແກ່ປະຊາຊົນໝົດທຸກຄົນ. ສຳລັບຫວຽດນາມ, ປີ 2025 ກໍ່ແມ່ນຂີດໝາຍປະຫວັດສາດ 80 ປີແຫ່ງວັນຍາດໄດ້ເອກະລາດ. ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຢັ້ງຢືນວ່າ ໂດຍແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ມີຄວາມຮັບຜິດຊອບ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງສປຊ, ຫວຽດນາມ ໄດ້ ແລະ ຈະສືບຕໍ່ເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານລວມຂອງ ສປຊ ເພື່ອແນໃສ່ພ້ອມກັນຮັບມືກັບບັນດາສິ່ງທ້າທາຍໃໝ່,