ທ່ານສາດສະດາຈານ Carl Thayer, ສັງກັດສະຖາບັນປ້ອງກັນຊາດ ອົດສະຕາລີ, ມະຫາວິທະຍາໄລ New South Wales(ພາບ: TTXVN)
|
ຫວຽດນາມ ໄດ້ເລືອກເປັນສະຖານທີ່ພິທີເປີດການເຊັນສົນທິສັນຍາ ຍ້ອນ ຫວຽດນາມ ຍາມໃດກໍ່ສວມບົດບາດເປັນເຈົ້າການໃນການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ ແລະ ໃນອະນາຄົດ ຫວຽດນາມ ອາດສາມາດສວມບົດບາດນຳພາໃນການປ້ອງກັນ, ຕ້ານອາດຊະຍາກຳໃນຂົງເຂດນີ້. ນີ້ແມ່ນຂໍ້ສັງເກດຂອງທ່ານສາດສະດາຈານ Carl Thayer, ສັງກັດສະຖາບັນປ້ອງກັນຊາດ ອົດສະຕາລີ, ມະຫາວິທະຍາໄລ New South Wales, ກ່ອນພິທີເປີດການລົງນາມສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ, ຈັດຂຶ້ນໃນວັນທີ 25 – 26 ຕຸລາ, ຢູ່ນະຄອນຫຼວງ ຮ່າໂນ້ຍ.
ຕາມທ່ານສາດສາດາຈານ Carl Thayer, ປະຈຸບັນ ອາດຊະຍາກຳທາງໄຊເບີພວມຢືນຢູ່ອັນດັບຕົ້ນໃນບັນຊີບັນດາຄວາມສ່ຽງນາບຂູ່ທີ່ຫຼາຍປະເທດພວມປະເຊີນໜ້າ, ບໍ່ພຽງແຕ່ກຸ່ມແຮັກເກີແບບເກົ່າ, ຫາກພວກມັນຍັງມີການໜູນຊ່ວຍຈາກປັນຍາປະດິດ (AI) ອີກດ້ວຍ. ໃນສະພາບການນັ້ນ, ທ່ານຖືວ່າ ການກຳເນີດຂອງ “ສົນທິສັນຍາ ຮ່າໂນ້ຍ” ແມ່ນມີຄວາມໝາຍສຳຄັນພິເສດ. ນີ້ແມ່ນສົນທິສັນຍາສັບບັບທຳອິດຂອງສະຫະປະຊາຊາດໃນຮອບເວລາ 20 ປີຜ່ານມາ ເພື່ອແນໃສ່ໄຂບັນຫາຂ້າມຊາຍແດນ.

