ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ລາວ ພ.ສ 2569 ທີ່​ຈະ​ດຳ​ເນີນ​ແຕ່​ວັນ​ທີ 14 – 16 ເມ​ສາ 2025, ວັນ​ທີ 6 ເມ​ສາ 2026, ຢູ່​ນະ​ຄອນຫຼວງ ຮ່າ​ໂນ້ຍ, ມີຫຼາຍ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ຂອງ ຫວຽດ​ນາມ ໄດ້​ຈັດ​ສົ່ງ​ຄະ​ນະ​ຜູ້​ແທນ​ໄປ​ຍັງ​ສະ​ຖານ​ທູດ​ລາວ ປະ​ຈຳ ຫວຽດ​ນາມ ເພື່ອ​ອວຍ​ພອນ​ປີ​ໃໝ່​ ທ່ານນາງ ຄຳເພົາ ​ເອີນ​ທະ​ວັນ​ ເອກ​ອັກ​ຄະ​ລັດ​ຖະ​ທູດ ​ວິ​ສາ​ມັນຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງສ​ປ​ປ.ລາວ, ພະ​ນັກ​ງານ, ລັດ​ຖະ​ກອນ​ສະ​ຖານ​ທູດ​ລາວ.

ທີ່​ບັນ​ດາ​ການ​ພົບ​ປະ​ໃນ​ຕອນ​ເຊົ້າ​ວັນ​ທີ 6 ເມ​ສາ, ທ່ານ​ຫງວຽນ​ດັກ​ວິງ ຫົວ​ໜ້າ​ ກຳ​ມາ​ທິ​ການ​ວັດ​ທະ​ນະ​ທຳ​ສັງ​ຄົມ ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 15, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ, ທ່ານ​ ຫງວຽນ​ແມັ້ງ​ເກືອງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ ເຈິ່ນກວັກ​ເຟືອງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື ຫວຽດ​ນາມ - ລາວ, ຜູ້​ຕາງ​ໜ້າ​ຄະ​ນະ​ຕິດ​ຕໍ​ພົ​ວ​ພັນ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ​ການ​ທະ​ຫານ​ຫວຽດ​ນາມ ຢູ່​ລາວ ພ້ອມ​ກັບ​ຜູ້​ຕາງ​ໜ້າ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຫວຽດ​ນາມ ໄດ້​ສະ​ຫງວນ​ຄຳ​ອວ​ຍ​ພອນ​ທີ່​ດີ​ງາມມາ​ຍັງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ ພະ​ນັກ​ງານ, ລັດ​ຖະ​ກອນ​ສະ​ຖານ​ທູດ​ລາວ ປະ​ຈຳ ຫວຽດ​ນາມ ພ້ອມ​ກັບ​ຄອບ​ຄົວ, ປີ​ໃໝ່​ຈົ່ງ​ມີ​ສຸ​ຂະ​ພາບ​ແຂງ​ແຮງ, ມີ​ຄວາມ​ຜາ​ສຸກ ແລະ ວັດ​ທະ​ນາ​ຖາ​ວອນ.

ສ່ວນ​ທ່ານ​ນາງ ຄຳເພົາ ​ເອີນ​ທະ​ວັນ ກໍ່​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ​ດາຜົນ​ສຳ​ເລັດ ທີ່​ຫວຽດ​ນາມ ບັນ​ລຸ​ໄດ້​ໃນ​ທຸກ​ດ້ານ ແລະ ຂໍ​​ຝາກ​ຄຳຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ແລະ ເລິກ​ເຊິ່ງ​ມາ​ຍັງ​ການ​ນຳ​ພັກ, ລັດ, ປະ​ຊາ​ຊົນ ຫວຽດ​ນາມ ທີ່​ຍາມ​ໃດ​ກໍ່​ຮ່ຽງ​ບາ​ຮ່ຽງ​ໄຫຼ່ ໃນ​ພາ​ລະ​ກິດ​ແຫ່ງ​ການ​ກໍ່​ສູ້​ກູ້​ເອົາ​ເອ​ກະ​ລາດ, ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດຊາດ​ຂອງ​ລາວ. ທ່ານ​ເອກ​ອັກ​ຄະ​ລັດ​ຖະທູດ ກໍ່​ສະ​ແດງ​ຄວາມ​ຮັບ​ຮູ້ ແລະ ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ​ໃນ​ໄລ​ຍະ​ຜ່ານ​ມາ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຫວັງ​ວ່າ​ບັນ​ດາ​ໝາກ​ຜົນ​ນີ້​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ຢ່າງ​ແຮງ ເພື່ອ​ສົມ​ກັບ​ເປັນ​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມືຮອບ​ດ້ານ ແລະ ຫຸ້ນ​ສ່ວນ​ຍຸ​ດ​ທະ​ສາດ.