ໃນສະພາບການທ່ອງທ່ຽວທົ່ວໂລກຖືກຜົນກະທົບຈາກການປະທະກັນດ້ານພູມສາດການເມືອງ, ຂະແໜງທ່ອງທ່ຽວ ຫວຽດນາມ ຍັງມີສັນຍານເຕີບໂຕຢ່າງຕັ້ງໜ້າ. ຕາມການສະຖິຕິຂອງກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ແລ້ວ, ໄລ່ສະເພາະເດືອນ ມີນາ 2026, ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 2,1 ລ້ານເທື່ອຄົນ. 3 ເດືອນຕົ້ນປີ 2026, ຍອດຈຳນວນແຂກທ່ອງທ່ຽວມາ ຫວຽດນມາມ ບັນລຸ 6,67 ລ້ານເທື່ອຄົນ, ເພີ່ມຂຶ້ນ 12,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.
ໃນໄຕມາດທີ 1 ປີ 2026, ຈີນ (ດ້ວຍແຂກທ່ອງທ່ຽວ 1,4 ລ້ານເທື່ອຄົນ) ແລະ ສ.ເກົາຫຼີ (1,3 ລ້ານເທື່ອຄົນ) ສືບຕໍ່ແມ່ນ 2 ຕະຫຼາດທີ່ມີຈຳນວນແຂກທ່ອງທ່ຽວຫຼາຍທີ່ສຸດ, ກວມເອົາປະມານ 40% ຍອດຈຳນວນແຂກທ່ອງທ່ຽວສາກົນມາ ຫວຽດນາມ. ສິ່ງທີ່ໜ້າສົນໃຈ, ແຫຼ່ງແຂກທ່ອງທ່ຽວທີ່ມາຈາກບັນດາປະເທດ ເອີລົບ ມີລະດັບເພີ່ມຂຶ້ນລວມແມ່ນ 55,6%. ພິເສດ, ຕະຫຼາດ ລັດເຊຍ ໄດ້ເພີ່ມຂຶ້ນເຖິງ 163,4%, ສະແດງໃຫ້ເຫັນຄວາມເອົາໃຈໃສ່ຕໍ່ຫວຽດນາມ ຂອງແຂກທ່ອງທ່ຽວ ລັດເຊຍນັບມື້ນັບຫຼາຍ.
ຜົນສັງລວມຂອງຂະແໜງທ່ອງທ່ຽວໃນເດືອນ ມີນາ 2026 ແລະ ທັງໄຕມາດທີ 1 ປີ 2026 ສະແດງໃຫ້ເຫັນວ່າ ຂະແໜງທ່ອງທ່ຽວ ຫວຽດນາມ ບໍ່ພຽງແຕ່ເຕີບໂຕກ່ຽວກັບຈຳນວນແຂກທ່ອງທ່ຽວເທ່ົານັ້ນ, ຫາກຍັງໄດ້ຮັບການເປີດກວ້າງ ແລະ ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບຢ່າງຕໍ່ເນື່ອງອີກດ້ວຍ.
