ສາບານຕົວຕໍ່ສະພາແຫ່ງຊາດ, ທ່ານເຈິ່ນແທັງເໝີ້ນ, ທານສະພາແຫ່ງຊາດຊຸດທີ 16 ຢືນຢັນວ່າ:

ພາຍໃຕ້ທຸແດງດາວເຫຼືອງທີ່ສັກສິດຂອງປະເທດຊາດ, ຕໍ່ໜ້າສະພາແຫ່ງຊາດ ແລະ ພໍ່ແມ່ປະຊາຊົນ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ, ຂ້າພະເຈົ້າ, ປະທານສະພາແຫ່ງຊາດ​ແຫ່ງປະເທດ.ຫວຽດນາມ, ສາບານຕົວຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ, ລັດຖະທຳມະນູນຂອງເທດ .ຫວຽດນາມ; ມານະພະຍາຍາມປະຕິບັດສຳເລັດໜ້າທີ່ເຊິ່ງພັກ, ລັດ ແລະ ປະຊົນມອບໝາຍໃຫ້”.

ກ່າວຄຳເຫັນຮັບດຳລົງຕຳແໜ່ງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຊີ້ແຈ້ງວ່າ ນີ້ແມ່ນຄວາມເປັນກຽດຢ່າງໃຫຍ່ຫຼວງ, ທັງແມ່ນຄວາມຮັຜິດຊອບອັນສູງສົ່ງຂອງທ່ານຕໍ່​​ພັກ, ລັດ, ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດ. ທ່ານປະທານສະພາແຫ່ງຊາດຊີ້ແຈ້ງວ່:

ສະພາແຫ່ງຊາດຊຸດທີ 16 ຈະສືບຕໍ່​ານະພະຍາຍາມສູ້ຊົນ, ສົມເປັນສະພາແຫ່ງຊາດຂອງປະຊາຊົນ, ໂດຍປະຊາຊົນ ເພື່ອປະຊາຊົນ, ເປັນອົງການຜູ້ແທນສູງສຸດຂອງປະຊາຊົນຢ່າງແທ້ຈິງ; ປະຕິບັດໜ້າທີ່, ສິດ​​ອຳ​ນາດທີ່ໄດ້ກຳນົດໃນລັດຖະທຳມະນູນຂອງປະເທດ .ຫວຽດນາມ ແລະ ໜ້າທີ່ເຊິ່ງພັກ, ລັດ ແລະ ປະຊາຊົນມີຄວາມເຊື່ອໝັ້ນມອບໝາຍໃຫ້. ຂ້າພະເຈົ້າ​ໝັ້ນ​ໝາຍ​ຈະ​ອຸທິດຈົນສຸດຄວາມສາມາດຂອງຕົນ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ; ສຸມໃສ່​ປັບ​ປຸງ​ລະບອບລະບຽບການ​ໃຫ້​ສົມ​​ບຸນ​ແບບ​ເພື່ອ​ໃຫ້ປະເທດ ພັດທະນາ​​ຢ່າງວ່ອງໄວ, ຍືຍົງ, ຕອບສະໜອງຄວາມຮຽກຮ້ອງເຊື່ອມໂຍງເຂົ້າກັບສາກົນ”.