ງານບຸນເຮັດຈາຂອງຊາວເຜົ່າໄທຂາວ ໄດ້ກຳເນີດຂຶ້ນຈາກເລື່ອງບັນດາໝໍພອນ ກໍ່ແມ່ນບັນດາໝໍຢາ ໄດ້ທຳພິທີໄຫວ້ບູຊາ ແລະ ປິ່ນປົວພະຍາດໃຫ້ຜູ້ເຈັບປ່ວຍຢ່າງສຳເລັດຜົນ. ບັນດາໝໍພອນເຄີຍຮັບບັນດາຄົນເຈັບທີ່ປິ່ນປົວໄຄແດ່ແລ້ວມາເປັນລູກລ້ຽງ. ເພາະສະນັ້ນ ງານບຸນເຮັດຈາ ໄດ້ຖືກຈັດຂຶ້ນ ເພື່ອແນໃສ່ສົມມະນາຄຸນຕໍ່ໝໍພອນທີ່ໄດ້ປິ່ນປົວພະຍາດໃຫ້ສຳເລັດຜົນ. ພ້ອມກັນນັ້ນກໍ່ສົມມະນາຄຸນເທວະດາຟ້າແຖນ ບັນພະບູລຸດ ພາວະນາໃຫ້ລະດູການຜະລິດໄດ້ຮັບຜົນດີ. ຈາກການເຄື່ອນໄຫວວັດທະນະທຳທີ່ເລີ່ມມາຈາກຊີວິດປະຈຳວັນໃນໝູ່ບ້ານ, ງານບຸນເຮັດຈາໄດ້ຖືກຮັກສາໄວ້ຜ່ານຫຼາຍລຸ້ນຄົນ ກາຍເປັນສັນຍາລັກທາງດ້ານຈິດໃຈຄວາມສາມັກຄີ ແລະ ຫຼັກສິນທຳສະແດງຄວາມຮູ້ບຸນຄຸນ ແລະ ຄວາມສະໜິດຕິດພັນໃນຊຸມຊົນ. ທ່ານ ວີວັນຟິ້ງ ສັງກັດໜ່ວຍຊຸມຊົນຖະໜົນ ນາອ່າງ ຕາແສງ ໝົກເຊີນ ແຂວງ ເຊີນລາ ໃຫ້ຮູ້ວ່າ:
“ນີ້ແມ່ນງານບຸນສົມມະນາຄຸນຂອງຊາວເຜົ່າຜູ້ໄທ ແຕ່ປາງກ່ອນບັນດາໝໍພອນໄດ້ປິ່ນປົວເດັກນ້ອຍທີ່ເຈັບເປັນໄຄແດ ແລະ ໄດ້ຮັບພວກເຂົາມາເປັນລູກລ້ຽງ. ກໍ່ຮອດວັນບຸນເຕັດ ບັນດາລູກລ້ຽງໄດ້ນຳເອົາຂອງຂວັນມາຕ້ອນ, ແຕ່ໝໍພອນບໍ່ມີເວລາເພື່ອຈັດຕັ້ງ ກໍ່ຮອດເດືອນສາມ ຈຶ່ງຈັດຕັ້ງງານບຸນນີ້,“
ຈຸດທີ່ພົ້ນເດັ່ນຂອງງານບຸນເຮັດຈາ ກໍ່ແມ່ນຂັ້ັ້ນຕອນທຳພິທີທີ່ເຂັ້ມຂົ້ນໄປດ້ວຍການເຫຼື້ອມໃສຂອງຊາວເຜົ່າໄທຂາວ. ນັບແຕ່ຮຸ່ງເຊົ້າບັນດາໝໍພອນໄດ້ກະກຽມວັດຖຸເຄື່ອງຂອງບູຊາ ເພື່ອປະຕິບັດພິທີໄຫວ້ບູຊາເຈົ້າຖິ່ນເຈົ້າຖານ ເທວະດາຟ້າແຖນ, ຕົ້ນໄຮ່. ບັນດາໝໍພອນໄດ້ທຳພິທີເພື່ອລາຍງານຕໍ່ເທວະດາຟ້າແຖນ ກ່ຽວກັບການຈັດຕັ້ງງານບຸນ ແລະ ພາວະນາໃຫ້ການຊ່ວຍເຫຼືອຊຸມຊົນ.
ພາຍຫຼັງຂັ້ນຕອນທຳພິທີ, ກໍ່ຮອດຂັ້ນຕອນຈັດງານບຸນ ກໍ່ຖືກດຳເນີນຢ່າງຟົດຟື້ນດ້ວຍການຫຼິ້ນເກມພື້ນເມືອງຄື ໂຍນໝາກຄອນ, ຍ່າງຂົວ. ຈຸດທີ່ພົ້ນເດັ່ນ ແມ່ນການແຂ່ງຂັນຂອງບັນດາກຸ່ມຊຸມຊົນໃນບໍລິເວນ ດ້ວຍລາຍການ ຕົ້ມໄກ່, ເອົາໄຟ, ວາງສະແດງແນະນຳອາຫານການກິນຂອງຊົນເຜົ່າຜູ້ໄທ. ງານບຸນເຮັດຈາໄດ້ຖືກອັດລົງດ້ວຍວາດຟ້ອນແຊສາມັກຄີ, ພໍ່ແມ່ພີ່ນ້ອງຊາວບ້ານພ້ອມກັບແຂກທ່ອງທ່ຽວຢູ່ທຸກແທບຖິ່ນ ໄດ້ຈັບມືກັນຟ້ອນແຊສາມັກຄີ. ຜ່ານເກມຫຼິ້ນພື້ນເມືອງ, ອາຫານການກິນ ແລະ ການຮ່ວມ ຊີວິດຊຸມຊົນ, ແຂກທ່ອງທ່ຽວຈະມີໂອກາດເຂົ້າໃຈແຈ້ງ ກ່ຽວກັບຄວາມງາມດ້ານວັດທະນະທຳຂອງຊາວເຜົ່າຜູ້ໄທ. ອ້າຍ ຫງວຽນວັນນາມ ແຂກທ່ອງທ່ຽວມາຈາກ ຮຶງອຽນ ເປີດເຜີຍວ່າ:
“ໂຊກດີທີ່ຂ້າພະເຈົ້າໄດ້ມີໂອກາດມາຮ່ວມງານບຸນເຮັດຈາ ຢູ່ແຂວງ ເຊີນລາ. ຂ້າພະເຈົ້ເຫັນວ່າທຸກໆຄົນກໍ່ນຸ່ງຊຸດອາພອນປະຈຳເຜົ່າງາມທີ່ສຸດ. ທີ່ສອງ ແມ່ນເຮົາມີຄວາມປະທັບໃຈຕໍ່ບັນດາເຍື່ອງອາຫານຢູ່ທີ່ນີ້”.
ນັບແຕ່ປີ 2015 ງານບຸນເຮັດຈາ ໄດ້ຮັບການຮັບຮອງຈາກກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ. ນີ້ແມ່ນກຳລັງໜູນ ເພື່ອໃຫ້ຕາແສງ ໝົກເຊີນ ສືບຕໍ່ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳພື້ນເມືອງຂອງຊາວເຜົ່າຜູ້ໄທ. ທ່ານ ຫງວຽນກວັກຕວ໋ຽນ ຮອງປະທານຄະນະກຳມະການປະຊາຊົນຕາແສງ ໝົກເຊີນ ແຂວງ ເຊີນລາ ໃຫ້ຮູ້ວ່າ:
“ງານບຸນເຮັດຈາ ແມ່ນໜຶ່ງໃນບັນດາກິດຈະກຳທີ່ພວກຂ້າພະເຈົ້າປະຕິບັດວຽກງານພັດທະນາການທ່ອງທ່ຽວຂອງຕາແສງ ໝົກເຊີນ. ປີນີ້ພວກຂ້າພະເຈົ້າຈັດຕັ້ງດ້ວຍຂອບຂະໜາດລະດັບຕາແສງ ແລະ ມີບັນດາກຸມຊຸມຊົນໃນບໍລິເວນຕາແສງເຂົ້າຮ່ວມ”.
ງານບຸນເຮັດຈາປີນີ້ ຕິດພັນກັບບັນດາການເຄື່ອນໄຫວທ່ອງທ່ຽວຄົ້ນຫາຕົວຈິງ. ນີ້ແມ່ນການເຄື່ອນໄຫວທີ່ພົ້ນເດັ່ນ ນອນໃນບັນດາການເຄື່ອນໄຫວຊຸກຍູ້ພັດທະນາທ່ອງທ່ຽວ ຕິດພັນກັບບັນດາຄຸນຄ່າວັດທະນະທຳໃນແຂວງ ເຊີນລາ ໃນປີນີ້.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
