ທ່ານປະທານາທິບໍດີ ແຟງລັງ Alexander Stubb ແລະ ພັນລະຍາຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ (ພາບ: VOV)

10 ໂມງເຊົ້າ ຂະບວນລົດສົ່ງທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເຂົ້າໄປທຳນຽບປະທານາທິບໍດີ, ທ່ານປະທານາທິບໍດີ ແຟງລັງ Alexander Stubb ໄດ້ອອກຕ້ອນຮັບຢູ່ປະຕູລົດ ແລະ ຂ່ຳນັບຮັບຕ້ອນທ່ານເລຂາທິການໃຫຍ່ ໂຕເລິມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ, ການນຳສອງທ່ານໄດ້ກ້າວຂຶ້ນເວທີກຽດຕິຍົດ, ເພງຊາດຂອງສອງປະເທດ ຫວຽດນາມ - ແຟງລັງ ໄດ້ບັນເລັງຂຶ້ນ.

ທ່ານປະທານາທິບໍດີ ແຟງລັງ Alexander Stubb ແລະ ພັນລະຍາ ແລະ ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ (ພາບ: TTXVN)

ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ Alexander Stubb ໄດ້ນຳພາຄະນະຜູ້ແທນຂັ້ນສູງສອງປະເທດດຳເນີນການພົບປະເຈລະຈາ ແນໃສ່ປຶກສາຫາລືບັນດາທິດທາງການຮ່ວມມືນຳການພົວພັນສອງປະເທດນັບມື້ນັບແທດຈິງ ແລະ ພັດທະນາຢ່າງດີງາມກວ່າອີກໃນໄລຍະຈະມາເຖິງ.

ການພົບປະເຈລະຈາລະຫວ່າງສອງຝ່າຍ (ພາບ: VOV)

ການນຳ 2 ທ່ານເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ພິເສດແມ່ນຂົງເຂດທີ່ສອງຝ່າຍ ຕ້ອງຊຸກຍູ້ການພັດທະນາໃນໄລຍະຈະມາເຖິງ, ຄື: ເຕັກໂນໂລຊີຂໍ້ມູນຂ່າວສານ, ປ່າໄມ້, ເສດຖະກິດໝູນວຽນ, ການຫັນເປັນສີຂຽວ, ການຮ່ວມມືພັດທະນາທະເລແບບຍືນຍົງ, ວິທະຍາສາດ ແລະ ເຕັກໂນໂລຊີ... ສອງຝ່າຍເຫັນດີເປັນເອກະພາບຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA), ສັນຍາປົກປ້ອງການລົງທຶນລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີຣົບ (EVIPA). ທ່ານເລຂາທິການໃຫຍ່ ໂຄເລີມ ເນັ້ນໜັກວ່າ ຫວຽດນາມ ຍິນດີ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ແຟງລັງ ມາລົງທຶນຢູ່ ຫວຽດນາມ; ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບແຟງລັງ ເພື່ອເປັນຂົວຕໍ່ເຂົ້າເຖິງ EU - ອາຊຽນ ແລະ ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ - EU, ແຟງລັງ - ອາຊຽນ ພັດທະນາຢ່າງແຮງກວ່າໃນໄລຍະຈະມາເຖິງ. ສ່ວນທ່ານປະທານາທິບໍດີ Alexander Stubb ຢືນຢັນວ່າ ແຟງລັງ ພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດທີ່ ແຟງລັງ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການຄື: ເສດຖະກິດໝູນວຽນ, ວິທະຍາສາດ ແລະ ເຕັກໂນໂລຊີ, ການສຶກສາ ແລະ ບຳລຸງສ້າງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ...

ເນື່ອງໃນໂອກາດນີ້, ຫວຽດນາມ ແລະ ແຟງລັງໄດ້ອອກຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນຫວຽດນາມ - ແຟງລັງ ຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດ; ຢືນຢັນບັນດາຫຼັກການ, ກຳນົດທິດໃຫຍ່ເພື່ອຊຸກຍູ້ ແລະ ເພີ່ມທະວີການຮ່ວມມື, ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ແຟງລັງ.

ກໍໃນຕອນເຊົ້າຂອງວັນດຽວກັນ, ຢູ່ທຳນຽບປະທານາທິບໍດີ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ ສ.ແຟງລັງ Alexander Stubb ໄດ້ເປັນສັກຂີພິຍານທີພິທີລົງນາມໃນເອກະສານຮ່ວມມືສອງຝ່າຍ ຫວຽດນາມ - ແຟງລັງ. ບັນດາເອກະສານທີ່ໄດ້ລົງນາມຮ່ວມມືກັນລວມມີ: ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືສອງຝ່າຍໃນຂົງເຂດສິ່ງແວດລ້ອມ, ຊີວະນາໆພັນ ແລະ ການປ່ຽນແປງຂອງດິນຟ້າອາກາດລະຫວ່າງກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ກັບກະຊວງສິ່ງແວດລ້ອມແຟງລັງ; ບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງການເງິນ ຫວຽດນາມ ແລະ ກະຊວງການຕ່າງປະເທດ ແຟງລັງ ກ່ຽວກັບການໜູນຊ່ວຍ ແລະ ຊຸກຍູ້ວຽກງານກະກຽມ ແລະ ຜັນຂະຫຍາຍບັນດາໂຄງການທີ່ໄດ້ຮັບການອຸປະຖຳຈາກໂຄງການລົງທຶນສາທາລະນະຂອງ ແຟງລັງ; ບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງການເງິນ ຫວຽດນາມ ແລະ ອົງການສິນເຊື່ອສົ່ງອອກ ແຟງລັງ.