ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim
(ພາບ: VOV-Bangkok)

ການຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ, ແຕ່ວັນທີ 21 – 23 ພະຈິກ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຍົກອອກວິທີສຳຜັດຖື ອາຊຽນ ເປັນໃຈກາງຂອງ ຫວຽດນາມ, ກຳນົດບົດບາດຫຼັກແຫຼ່ງຂອງ ຫວຽດນາມ ແລະ ມາເລເຊຍ ໃນຄວາມມານະພະຍາຍາມນຳພາ ອາຊຽນ ສ້າງຄວາມດຸ່ນດຽງໃນຜົນກະທົບຈາກພາຍນອກ. ຕາມຂໍ້ສັງເກດຂອງນັກຮຽນຮູ້ ໄທ ກະວິນ ຈິງກິດຖາວອນ, ນັກຊ່ຽວຊານສະຖາບັນຄົ້ນຄວ້າຄວາມໝັ້ນຄົງ ແລະ ສາກົນ, ຂຶ້ນກັບມະຫາວິທະຍາໄລ Chulalongkorn, ໃນບົດຂຽນເອົາລົງໃນໜັງສືພິມເອເລັກໂຕນິກຂອງວິທະຍຸກະຈາຍສຽງ - ໂທລະພາບສາທາລະນະແຫ່ງປະເທດ ໄທ (PBS), ໃນວັນທີ 22 ພະຈິກ, ນັກຮຽນຮູ້ ກະວິນ ໃຫ້ຂໍ້ສັງເກດວ່າ, ບົດບາດຫຼັກແຫຼ່ງ, ນຳພາຮ່ວມມືຂອງ ມາເລເຊຍ ແລະ ຫວຽດນາມ ຈະສືບຕໍ່ໄດ້ຮັບການຢັ້ງຢືນ. ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລິມ ຈະປະກອບສ່ວນເປີດໂອກາດຮ່ວມມືຢ່າງໃຫຍ່ຫຼວງກວ່າ, ເຮັດໃຫ້ເລິກເຊິ່ງກວ່າ ແລະ ຍົກລະດັບການພົວພັນລະຫວ່າງ 2 ປະເທດ. ນັກຮຽນຮູ້ ກະວິນ ຖືວ່າ, ພ້ອມກັບການຮັກສາການພົວພັນດ້ານເສດຖະກິດ - ການຄ້າ - ການລົງທຶນພວມມີຢູ່ແລ້ວ, ມາເລເຊຍ ແລະ ຫວຽດນາມ ຕ້ອງແລກປ່ຽນ, ຮ່ວມມືຢ່າງເລິກເຊິ່ງໃນບັນດາຂົງເຂດອື່ນ, ຄື: ການບິນ, ທ່ອງທ່ຽວ, ການສຶກສາ, ຄວາມໝັ້ນຄົງ, ການຄ້ຳປະກັນດ້ານສະບຽງອາຫານ ແລະ ຄວາມໝັ້ນຄົງດ້ານພະລັງງານ…