ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມວາລະປະຊຸມ(ພາບ: TTXVN)
|
ແຕ່ວັນທີ 19 – 23 ຕຸລາ, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ, ໂດຍທ່ານ ເລເຕິນເຕີຍ, ຫົວໜ້າກຳມາທິການປ້ອງກັນຊາດ, ຄວາມໝັ້ນຄົງ ແລະ ການພົວພັນຕ່າງປະເທດ ເປັນຫົວໜ້າຄະນະ, ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາໂລກຄັ້ງທີ 151 (IPU-151) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ ເຊີແນວ, ປະເທດ ສະວິດ.
ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະ, ທ່ານ ເລເຕິນເຕີຍ ໄດ້ເນັ້ນໜັກເຖິງບັນດາສິ່ງທ້າທາຍທີ່ສັບສົນປະຈຸບັນໃນໂລກ ແລະ ຍົກອອກຂໍ້ສະເໜີຈຳນວນໜຶ່ງ, ຄື: ບັນດາລັດຖະສະພາຕ້ອງສືບຕໍ່ສ້າງກອບນິຕິກຳແຫ່ງຊາດກ່ຽວກັບການປົກປ້ອງມະນຸດໃນບັນດາສະພາບການສຸກເສີນ ແລະ ວິກິດການໃຫ້ສົມບູນແບບ; ຕ້ອງຈັດແບ່ງແຫຼ່ງກຳລັງໃຫ້ເໝາະສົມແກ່ບັນດາໂຄງການອຸປະຖຳ ແລະ ການຟື້ນຟູ, ສ້າງສາຄືນໃໝ່ພາຍຫຼັງໄພພິບັດ; ຕ້ອງເພີ່ມທະວີການຕິດຕາມກວດກາການປະຕິບັດບັນດາຄຳໝັ້ນສັນຍາມະນຸດສະທຳສາກົນ. ສຸດທ້າຍແມ່ນ, ບັນດາລັດຖະສະພາຕ້ອງເພີ່ມທະວີການຮ່ວມມືເຊິ່ງກັນແລະກັນ, ເປັນເຈົ້າການຊຸກຍູ້ການເຈລະຈາ, ແບ່ງປັນບົດຮຽນ.
ຄະນະຜູ້ແທນ ຫວຽດນາມ ກໍ່ຕັ້ງໜ້າເຂົ້າຮ່ວມກ່າວຄຳເຫັນຢູ່ບັນດາວາລະປະຊຸມຂອງຄະນະກຳມະການສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ແລະ ຂອງຄະນະກຳມະການການພັດທະນາແບບຍືນຍົງ.

