ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າງານວາງສະແດງ
(ພາບ: TTXVN)

ງານວາງສະແດງການເດີນທະເລ ແລະ ການບິນອະວະກາດສາກົນ Langkawi 2025 (LIMA 2025) ຢູ່ ມາເລເຊຍ ໄດ້ເລີ່ມຈັດຂຶ້ນແຕ່ວັນທີ 20 ພຶດສະພາ. ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໂດຍທ່ານພົນຕີ ຟ້າມເຈື່ອງເຊີນ, ຮອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ນຳໜ້າ, ເຂົ້າຮ່ວມ LIMA 2025 ແຕ່ວັນທີ 18 – 23 ພຶດສະພາ, ຕາມຄຳເຊື້ອເຊີນຂອງກະຊວງປ້ອງກັນປະເທດ ມາເລເຊຍ.

ໃນຂອບເຂດງານວາງສະແດງ, ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມພິທີໄຂ, ຢ້ຽມຊົມຮ້ານວາງສະແດງ, ເຂດວາງສະແດງຂອງຫຼາຍວິສາຫະກິດ, ກຸ່ມບໍລິສັດປ້ອງກັນຊາດແຖວໜ້າໂລກ. ຄະນະຜູ້ແທນກໍ່ໄດ້ພົບປະກັບຜູ້ຕາງໜ້າບັນດາກະຊວງປ້ອງກັນປະເທດ ແລະ ວິສາຫະກິດຂອງຫຼາຍປະເທດ. ທີ່ບັນດາການເຮັດວຽກ, ທ່ານພົນຕີ ຟ້າມເຈື່ອງເຊີນ ສະແດງການຂອບໃຈຕໍ່ກະຊວງປ້ອງກັນປະເທດ ບັນດາປະເທດ, ວິສາຫະກິດ ແລະ ກຸ່ມບໍລິສັດປ້ອງກັນຊາດ ໄດ້ຈັດສົ່ງຄະນະຜູ້ແທນເຂົ້າຮ່ວມ, ວາງສະແດງທີ່ງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ ຄັ້ງທີ 2 ຜ່ານມາ (ແຕ່ວັນທີ 19 – 22 ທັນວາ 2024). ທ່ານກໍ່ປາດຖະໜາວ່າ ຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ການສະໜັບສະໜູນ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາຄູ່ຮ່ວມມືໃນງານວາງສະແດງຄັ້ງຕ່າງໆໃນໄລຍະຈະມາເຖິງ.

LIMA 2025 ແມ່ນງານວາງສະແດງມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ, ດຶງດູດນັກເຂົ້າຮ່ວມ 860 ແຫ່ງທີ່ມາຈາກ 24 ປະເທດເຂົ້າຮ່ວມບັນດາຮ້ານວາງສະແດງການເດີນທະເລ ແລະ ການບິນອະວະກາດນັບທັງຂົງເຂດການຄ້າ ແລະ ການປ້ອງກັນຊາດ.