ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ (ພາບ: TTXVN)
|
ວັນທີ 25 ພຶດສະພາ, ຢູ່ນະຄອນຫຼວງ ກົວລາລຳເປີ, ປະເທດ ມາເລເຊຍ, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານຮອງປະທານສະພາແຫ່ງຊາດ ຫວູຮົ່ງແທັງ ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມກອງປະຊຸມຈັດກຽມການພົບປະການນຳ ອາຊຽນ - ສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ (AIPA) ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ເຊິ່ງຈັດຂຶ້ນແຕ່ວັນທີ 26 – 27 ພຶດສະພາ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງປະທານສະພາແຫ່ງຊາດ ຫວູຮົ່ງແທັງ ຕີລາຄາສູງ ແລະ ສະໜັບສະໜູນຫົວຂໍ້, ບຸລິມະສິດຂອງ ມາເລເຊຍ ໃນປີເປັນປະທານ ອາຊຽນ ແລະ AIPA, ໃນນັ້ນມີບັນດາບຸລິມະສິດກ່ຽວກັບການເຕີບໂຕກວມລວມ, ຍືນຍົງ, ຂຸດຄົ້ນບັນດາກຳລັງໜູນການເຕີບໂຕໃໝ່ ບົນພື້ນຖານນຳໃຊ້ການພັດທະນາວິທະຍາສາດ - ເຕັກໂນໂລຊີ. ກ່ຽວຂ້ອງເຖິງຮ່າງສານຂອງປະທານ AIPA, ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມ ແລະ ມີຂໍ້ສະເໜີ, ການປະກອບສ່ວນສຳຄັນຫຼາຍຢ່າງ. ຄະນະຜູ້ແທນ ຫວຽດນາມ ເນັ້ນໜັ້ກວ່າ, AIPA ຕ້ອງສົ່ງສານສະໜັບສະໜູນຢ່າງແຮງ ແລະ ໃຫ້ຄຳໝັ້ນສັນຍາສົມທົບກັນຢ່າງແໜ້ນແຟ້ນ, ຮ່ວມເດີນທາງພ້ອມກັບລັດຖະບານ, ປະຊາຊົນ ບັນດາປະເທດ ອາຊຽນ ປະຕິບັດເປົ້າໝາຍ, ບຸລິມະສິດທີ່ໄດ້ວາງອອກຢ່າງມີໄຊ.
ຄະນະຜູ້ແທນ ຫວຽດນາມ ກໍ່ສະເໜີຕ້ອງສືບຕໍ່ໃຫ້ບຸລິມະສິດຢ່າງສູງໃຫ້ແກ່ການຮັດແຄບຊ່ອງຫວ່າງການພັດທະນາ ແລະ ພັດທະນາອະນຸພາກພື້ນ, ໃນນັ້ນມີອະນຸພາກພື້ນແມ່ນ້ຳຂອງ; ສະເໜີໃຫ້ ອາຊຽນ ຮັກສາຄວາມສາມັກຄີ ແລະ ສວມບົດບາດໃຈກາງ, ຖືເປັນສຳຄັນການເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

