ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ນຳຫນ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ສະພາການຮ່ວມມື ເຂດອ່າວ (GCC). ພາບ: VOV

ຕອນບ່າຍວັນທີ 25 ພຶດສະພາ ຢູ່ ນະຄອນຫລວງ ກົວລາລຳເປີ ປະເທດ ມາເລເຊຍ, ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ນຳຫນ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ສະພາການຮ່ວມມື ເຂດອ່າວ (GCC). ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທງເຊີນ ເນັ້ນຫນັກວ່າ: ໃນສະພາບການໂລກທີ່ນັບມື້ນັບມີການແບ່ງແຍກ ແລະ ຂາດສະຖຽນລະພາບ, ອາຊຽນ ແລະ GCC ຄວນເພີ່ມທະວີການຮ່ວມມື ເພື່ອຊຸກຍູ້ສັນຕິພາບ, ສະຖຽນລະພາບ, ຍົກສູງລັດທິຫລາຍຝ່າຍ ແລະ ຄວາມເປັນລະບຽບຮຽບຮ້ອຍສາກົນ ໂດຍອີງໃສ່ກົດໝາຍ. ດ້ວຍຄວາມສາມາດບົ່ມຊ້ອນການຮ່ວມມືໃຫຍ່, ອາຊຽນ ແລະ GCC ຄວນສືບຕໍ່ຍູ້ໄວການຜັນຂະຫຍາຍຂອບເຂດການຮ່ວມມື 2024 – 2028 ບົນພື້ນຖານກຳນົດບັນດາຂົງເຂດຈຸດສຸມຕາມແຕ່ລະໄລຍະ ເພື່ອຫັນແຫລ່ງກຳລັງທີ່ມີຢູ່ແລ້ວໃຫ້ດີທີ່ສຸດ.

ທ່ານຮອງນາຍົກລັດຖະມົນຕີ ຖືວ່າ: ບັນດາກົນໄກຮ່ວມມື ຄວນສືບຕໍ່ໄດ້ຮັບການປັບປຸງ, ໃນນັ້ນ ບຸລິມະສິດແມ່ນຍົກສູງປະສິດທິຜົນການປະສານສົມທົບລະຫວ່າງຄະນະເລຂາ ອາຊຽນ ແລະ ຄະນະເລຂາ GCC ກໍ່ຄືລະຫວ່າງ ຄະນະກຳມະການບັນດາຜູ້ຕາງຫນ້າປະຈຳ ຢູ່ ອາຊຽນ ແລະ ເອກອັກຄະລັດຖະທູດບັນດາປະເທດ GCC ປະຈຳ ຈາກາຕາ ເພື່ອສ້າງຊ່ອງທາງແລກປ່ຽນຂໍ້ມູນເປັນປະຈຳ ພ້ອມທັງລະດົມການເຂົ້າຮ່ວມຢ່າງຕັ້ງຫນ້າຂອງບັນດາອົງການວິຊາສະເພາະເພື່ອນຳບັນດາຄຳໝັ້ນສັນຍາເຂົ້າຜັນຂະຫຍາຍລະອຽດໂດຍໄວ.