ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງເສດຖະກິດ ອາຊຽນ ພິເສດຄັ້ງທີ 2(ພາບ: TTXVN)
|
ຕອນເຊົ້າວັນທີ 09 ພຶດສະພາ, ກອງປະຊຸມລັດຖະມົນຕີກະຊວງເສດຖະກິດ ອາຊຽນ ພິເສດຄັ້ງທີ 2 ກ່ຽວກັບການເຈລະຈາຍົກລະດັບສັນຍາການຄ້າສິນຄ້າ ອາຊຽນ (ATIGA) ໄດ້ຈັດຂຶ້ນທາງອອນລາຍ ພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງອຸດສາຫະກຳ ສິງກະໂປ Gan Kim Yong. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫງວຽນຮົ່ງຢຽນ ເປັນຫົວໜ້າຄະນະເຂົ້າຮ່ວມກອງປະຊຸມ.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ສະໜັບສະໜູນເລື່ອງສິ້ນສຸດການເຈລະຈາຍົກລະດັບສັນຍາ ATIGA (TNC) ແລະ ບັນດາກຸ່ມເຕັກນິກໃນໄລຍະຜ່ານມາໂດຍໄວ. ທ່ານຮຽກຮ້ອງໃຫ້ບັນດາປະເທດສືບຕໍ່ເສີມຂະຫຍາຍຈິດໃຈສາມັກຄີ ອາຊຽນ, ພ້ອມກັນແກ້ໄຂບັນດາຄວາມແຕກຕ່າງກັນບົນພື້ນຖານສ້າງຜົນປະໂຫຍດໃຫ້ດຸ່ນດ່ຽງ, ມຸ່ງໄປເຖິງການຍົກລະດັບສັນຍາ ATIGA ທີ່ມີລັກສະນະເປັນໄປໄດ້ສູງ, ມີປະສິດທິຜົນ ແລະ ຍືນຍົງໃຫ້ທຸກໆຝ່າຍ.

