ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ
(ພາບ: ກະຊວງການຕ່າງປະເທດ)

ວັນທີ 28 ພະຈິກ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕອບສຳພາດຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງ ອິດສະຣາແອັນ ແລະ ເຮັກໂບລາ ຫາກໍ່ບັນລຸຂໍ້ຕົກລົງຢຸດຍິງ. ທ່ານນາງ ຟ້າມທູຮັ່ງ ຊີ້ແຈ້ງວ່າ: ຫວຽດນາມ ຊົມເຊີຍຂໍ້ຕົກລົງຢຸດຍິງລະຫວ່າງ ອິດສະຣາແອັນ ແລະ ເຮັກໂບລາ, ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງປະຕິບັດຂໍ້ຕົກລົງໃນທັນທີ ເພື່ອມຸ່ງໄປເຖິງສັນຕິພາບຢ່າງຍາວນານ ແລະ ຍືນຍົງຢູ່ພາກພື້ນ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ການດຳລົງຊີວິດຂອງປະຊາຊົນ. ຫວຽດນາມ ສະໜັບສະໜູນທຸກຄວາມມານະພະຍາຍາມເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ, ຢຸດຕິການປະທະກັນ, ປະກອບສ່ວນສ້າງສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນຕາເວັນອອກກາງ.