ພາບປະກອບ: THX/TTXVN |
ສື່ມວນຊົນແຫ່ງລັດ ແລະ ບັນດາແຫຼ່ງຂ່າວຄວາມໝັ້ນຄົງ ລີບັງໃຫ້ຮູ້ວ່າ ວັນທີ 28 ພະຈິກ ລົດຖັງຂອງອິດສະລາແອັນໄດ້ຍິງເຂົ້າ 6 ເຂດຢູ່ພາກໃຕ້ລີບັງ ເຊິ່ງນອນໃນຂອບເຂດ 2 ກີໂລແມັດຂອງເສັ້ນສີຂຽວແບ່ງຊາຍແດນລະຫວ່າງລີບັງ ແລະ ອິດສະລາແອັນ ເຮັດໃຫ້ຢ່າງໜ້ອຍສຸດ 2 ຄົນຖືກບາດເຈັບ. ທ່ານສະມາຊິກລັດຖະສະພາ ລີບັງ Hassan Fadlallah ກ່າວປະນາມກອງທັບອິດສະລາແອັນ ທີ່ໄດ້ບຸກໂຈມຕີເລັ່ງໃສ່ປະຊາຊົນທີ່ພວມກັບເມືອເຮືອນພາຍຫຼັງໄປອົບພະຍົບລີ້ໄພ. ໃນຂະນະນັ້ນ, ກອງທັບອິດສະລາແອັນ (IDF) ໃຫ້ຮູ້ວ່າ ຄຳສັ່ງຢຸດຍິງຖືກລະເມີດ ເມື່ອບັນດາລົດໃຫຍ່ໄດ້ໂດຍສານ “ບາງເປົ້າໝາຍຖືກສົງໄສ” ທີ່ປະກົດຕົວຢູ່ບາງເຂດຢູ່ທາງທິດໃຕ້ ລີບັງ. ກ່ອນໜ້ານັ້ນ, IDF ໄດ້ຮຽກຮ້ອງໃຫ້ປະຊາຊົນບັນດາເທດສະບານລຽບຕາມຊາຍແດນ ບໍ່ຄວນກັບເມືອ ເພື່ອຄວາມປອດໄພຂອງເຂົາເຈົ້າເອງ. ຄຳສັ່ງຢຸດຍິງລະຫວ່າງ ອິດສະລາແອັນ ແລະ ກຸ່ມປະກອບອາວຸດ ເຮັກໂບລາ ຂອງລີບັງ ມີຜົນບັງຄັບໃຊ້ແຕ່ວັນທີ 27 ພະຈິກ ຕາມຂໍ້ຕົກລົງໂດຍ ອາເມລິກາ ແລະ ຝລັ່ງເປັນກາງໄກເກ່ຍ, ເພື່ອແນໃສ່ອະນຸຍາດໃຫ້ປະຊາຊົນຂອງສອງປະເທດກັບເມືອເຮືອນຢູ່ເຂດຊາຍແດນ ພາຍຫຼັງທີ່ຖືກການປະທະກັນມາເປັນເວລາ 14 ເດືອນທຳລາຍ.

