ພາຍຫຼັງຢຸດຕິການບຸກໂຈມຕີເປັນເວລາ 2 ວັນ, ເມື່ອທ່ານ Amos Hochstein ທູດພິເສດຂອງ ອາເມລິກາ ໄດ້ເດີນທາງໄປຢ້ຽມຢາມ ລີບັງ, ວັນທີ 21 ພະຈິກ, ກອງທັບອາກາດ ອິດສະລາແອັນ ໄດ້ເປີດບັ້ນບຸກໂຈມຕີທາງອາກາດເລັ່ງໃສ່ນະຄອນຫຼວງ Beirut. ກຳລັງປ້ອງກັນຕົວ ອິດສະລາແອັນ (IDF) ໃຫ້ຮູ້ວ່າ ກອງທັບອາກາດປະເທດນີ້ໄດ້ດຳເນີນ 4 ບັ້ນບຸກໂຈມຕີເລັ່ງໃສ່ເຂດຊານເມືອງທາງທິດໃຕ້ ນະຄອນຫຼວງ Beirut ທຳລາຍຫຼາຍເປົ້າໝາຍຂອງຂະບວນການ Hezbollah. ນອກຈາກນະຄອນຫຼວງ Beirut ແລ້ວ, ກອງທັບອາກາດ ອິດສະລາແອັນ ກໍ່ໄດ້ທຳລາຍຫຼາຍເປົ້າໝາຍຢູ່ຮ່ອມພູ Beqaa, ທາງທິດຕາເວັນອອກ ລີບັງ ເຮັດໃຫ້ 22 ຄົນເສຍຊີວິດ.

ແລະກໍ່ໃນວັນດຽວກັນ, ອົງການປົກປ້ອງພົນລະເຮືອນ ກາຊາ ໃຫ້ຮູ້ວ່າ ມີຜູ້ເສຍຊີວິດ 22 ຄົນໃນເຫດບຸກໂຈມຕີທາງອາກາດຂອງ ອິດສະລາແອັນ ເລັ່ງໃສ່ຄຸ້ມຖະໜົນ Sheikh Radwan ຢູ່ນະຄອນ ກາຊາ. ຢູ່ທາງທິດເໜືອເຂດກາຊາ, ອິດສະລາແອັນ ກໍ່ໄດ້ປະຕິບັດການບຸກໂຈມຕີຕ່າງໆເລ່ັງໃສ່ເຂດຊຸມຊົນແຫ່ງໜຶ່ງຢູ່ໃກ້ໂຮງໝໍ Kamal Adwan. ຈຳນວນຜູ້ເສຍຊີວິດ ແລະ ຖືກບາດເຈັບຍັງບໍ່ທັນໄດ້ຮັບການສະຖິຕິ.

ໃນຂະນະນັ້ນ, ວັນທີ 21 ພະຈິກ, ສານອາຍາສາກົນ (ICC) ໄດ້ອອກຄຳສັ່ງກັກຕົວທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ແລະ ທ່ານອະດີດລັດຖະມົນຕີກະຊວງປ້ອງກັນປະເທດ Yoav Gallant ດ້ວຍຂໍ້ກ່າວຫາ ລະເມີດໂທດກຳສົງຄາມຢູ່ເຂດດິນແດນ ປາແລັດສະຕິນ, ລວມມີເຂດກາຊາ.