ບັນດາຕຶກອາຄານຖືກທຳລາຍຍ້ອນການປະທະກັນຢູ່ Jabalia, ເຂດ ກາຊາ (ພາບ: THX/TTXVN) |
ວັນທີ 30 ເມສາ, ຂະບວນການ ອິດສະລາມ ຮາມາສ ໃຫ້ຮູວ່າ ອິດສະຣາແອັນ ຈະຕ້ອງປະເຊີນໜ້າກັບຄວາມກົດດັນຈຳນວນໜຶ່ງ ເພື່ອບັນລຸໄດ້ຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ. ຂ່າວດັ່ງກ່າວໄດ້ຍົກອອກມາ ກ່ອນການຢ້ຽມຢາມເຂດອ່າວຂອງປະທານາທິບໍດີ ອາເມລິກາ Donald Trump ໃນໄລຍະຈະມາເຖິງ.
ຄາດວ່າ, ປະທານາທິບໍດີ ອາເມລິກາ Donald Trump ຈະໄປຢ້ຽມຢາມ Saudi Arabia, UAE ແລະ Qatar ແຕ່ວັນທີ 13-16 ພຶດສະພາ. ນີ້ຈະແມ່ນການໄປປະຕິບັດງານຕ່າງປະເທດຢ່າງເປັນທາງການຄັ້ງທຳອິດຂອງທ່ານ ໃນອາຍຸການປະທານາທິບໍດີ ອາເມລິກາ ຜູ້ທີ 47. ເຈົ້າໜ້າທີ່ບໍ່ຢາກເຜີຍຊື່ຂອງ ຮາມາສ ຖືວ່າ: ການໄປຢ້ຽມຢາມເຂດອ່າວທີ່ຈະມາເຖິງຂອງປະທານາທິບໍດີ Donald Trump ອາດຈະພາໄປເຖິງກຳລັງກົດດັນຈຳນວນໜຶ່ງສຳລັບ ອີດສະຣາແອັນ, ອາດຈະແມ່ນຄຳສັ່ງຢຸດຍິງສະບັບໜຶ່ງ ແລະ ສ້າງເງື່ອນໄຂໃຫ້ແກ່ການສະໜອງເຄື່ອງຊ່ວຍເຫຼືອມະນຸສະທຳໃຫ້ແກ່ ກາຊາ.
