ວັນທີ 3 ມີນາ, ວົງການເຈົ້າໜ້າທີ່ທີ່ມີຄວາມຮັບຜິດຊອບຂອງ ອິດສະຣາແອັນ ໄດ້ກ່າວເຕືອນວ່າ ກອງທັບປະເທດນີ້ ຈະເປີດບັ້ນບຸກໂຈມຕີເຂົ້າເຂດ ກາຊາ ພາຍຫຼັງ 1 ອາທິດ ຫາ 10 ວັນຈະມາເຖິງ, ຖ້າຂະບວນການ ຮາມາດສ ບໍ່ຍອມຮັບຂໍ້ສະເໜີຢຸດຍິງ ໂດຍ ອາເມລິກາ ຍົກອອກມາ. ເມື່ອຖະແຫຼງໃນພິທີລະນຶກເຖິງວັນເຖິງແກ່ມໍລະນະກຳຂອງທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Menachem Begin ຄົບຮົບ 33 ປີ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ Katz ໄດ້ກ່າວເຕືອນວ່າ ຈະເປີດບັ້ນບຸກໂຈມຕີຄືນໃໝ່ ຖ້າຫາກວ່າ ຮາມາດສ ບໍ່ປ່ອຍຕົວເປັນອິດສະຫຼະໃຫ້ແກ່ບັນດາຕົວປະກັນຂອງ ອິດສະຣາແອັນ. ພ້ອມດຽວກັນນັ້ນ, ທ່ານ Katz ກໍໄດ້ຢ້ຳຄືນເປົ້າໝາຍບໍ່ແລກປ່ຽນນັກໂທດຂອງ ອິດສະຣາແອັນ ຢູ່ ເຂດ ກາຊາ ແມ່ນການຕີປະລະໄຊ ຮາມາດສ ຢ່າງ ສິ້ນເຊີງ ແລະ ບໍ່ອະນຸຍາດໃຫ້ກຸ່ມນີ້ສືບຕໍ່ຄວບຄຸມເຂດ ກາຊາ.
ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ກໍກ່າວເຕືອນ ຮາມາດສ ຈະຕ້ອງປະເຊີນໜ້າກັບບັນດາຜົນຕາມມາທີ່ບໍ່ອາດຄາດຄະເນໄດ້, ຖ້າກຸ່ມນີ້ບໍ່ປ່ອຍຕົວເປັນອິດສະຫຼະໃຫ້ແກ່ຕົວປະກັນ ອິດສະຣາແອັນ ຕາມຂໍ້ສະເໜີຂອງ ອາເມລິກາ.
ບາທີ, ນັກຂ່າວ VOV ປະຈຳ ອີຢິບ
