ບັນຍາກາດຢູ່ເຂດ ກາຊາ ພາຍຫຼັງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ (ພາບ: THX/TTXVN) |
ບົດລາຍງານຈາກອົງການສາທາລະນະສຸກ ປາແລັດສະຕິນ ໃຫ້ຮູ້ວ່າ ໄລ່ຮອດຕອນບ່າຍວັນທີ 15 ກໍລະກົດ, ບັນດາໂຮງໝໍຢູ່ເຂດ ກາຊາ ໄດ້ຮັບຜູ້ເສຍຊີວິດທັງໝົດ 93 ຄົນ ແລະ ຜູ້ຖືກບາດເຈັບ 278 ຄົນ ໃນບັນດາບັ້ນບຸກໂຈມຕີຂອງກອງທັບ ອິດສະຣາແອັນ ຢູ່ທົ່ວເຂດ ກາຊາໃນເວລາ 24 ຊົ່ວໂມງກ່ອນໜ້ານັ້ນ, ເຊິ່ງໃນນັ້ນ ມີແມ່ຍິງ ແລະ ເດັກນ້ອຍນັບສິບຄົນ.
ນອກຈາກຢູ່ສະໜາມຮົບ ກາຊາ ແລ້ວ, ກອງທັບອາກາດ ອິດສະຣາແອັນ ໄດ້ດຳເນີນບັ້ນບຸກຕີຢ່າງດຸເດືອດເລັ່ງໃສ່ 2 ສະໜາມຮົບເຂດຊາຍແດນອື່ນອີກດ້ວຍ, ນັ້ນແມ່ນ ລີບັງ ແລະ ຊີຣີ. ໃນນັ້ນ, ບັ້ນບຸກໂຈມຕີທາງອາກາດເລັ່ງໃສ່ຮ່ອມພູ Beqaa, ທາງທິດຕາເວັນອອກ ລີບັງ ໃນຕອນບ່າຍວັນທີ 15 ກໍລະກົດ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 12 ຄົນ. ລັດຖະບານ ລີບັງ ແລະ ກຳລັງ ເຮັກໂບລາ ໄດ້ກ່າວປະນາມການບຸກໂຈມຕີທາງອາກາດດັ່ງກ່າວຢ່າງຮຸນແຮງ, ພ້ອມທັງກ່າວຫາລັດຖະບານ ອິດສະຣາແອັນ ຕ້ອງມີຄວາມຮັບຜິດຊອບຕໍ່ການກະທຳດັ່ງກ່າວ.
ສ່ວນຢູ່ສະໜາມຮົບ ຊີຣີ, ກອງທັບອາກາດ ອິດສະຣາແອັນ ໄດ້ດຳເນີນບັ້ນບຸກໂຈມຕີເລັ່ງໃສ່ກຳລັງປະກອບອາວຸດຂອງລັດຖະບານ ຊີຣີ ຢູ່ແຂວງ Sweida ເປັນ 2 ວັນຢ່າງລຽນຕິດ.
ນັກຂ່າວ VOV ປະຈຳ ອີຢິບ

