ບໍລິເວນໜຶ່ງຢູ່ເຂດພາກໃຕ້ ລີບັງ ຖືກມ້າງທຳລາຍຍ້ອນການປະທະກັນຄັ້ງຕ່າງໆ (ພາບ:Reuters) |
ໂດຍບໍ່ຫົວຊາຕໍ່ຄຳຮຽກຮ້ອງຈາກລັດຖະບານ ລີບັງ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ກ່ຽວກັບການເຄົາລົບຄຳສັ່ງຢຸດຍິງ, ວັນທີ 04 ທັນວາ, ກອງທັບ ອິດສະຣາແອັນ ສືບຕໍ່ເປີດຫຼາຍບັ້ນບຸກໂຈມຕີເຂົ້າ ລີບັງ, ດ້ວຍຂໍ້ອ້າງ ເຮັກໂບລາ ລ່ວງລະເມີດຄຳສັ່ງຢຸດຍິງ ແລະ ກໍ່ໃຫ້ເກີດຄວາມສ່ຽງຕໍ່ ອິດສະຣາແອັນ. ເຮືອບິນ ອິດສະຣາແອັນ ໄດ້ຕັ້ງຖານຍິງລູກສອນໄຟຂອງ ເຮັກໂບລາ ຢູ່ເຂດ Majdal Zoun, ທາງທິດໃຕ້ ລີບັງ. ແຈ້ງການດັ່ງກ່າວໄດ້ຊີ້ແຈ້ງວ່າ ຖານຍິງລູກສອນໄຟຂອງ ເຮັກໂບລາ ກໍ່ໃຫ້ເກີດຄວາມສ່ຽງນາບຂູ່ຂອງ ອິດສະຣາແອັນ ເມື່ອລ່ວງລະເມີດຂໍ້ຕົກລົງລະຫວ່າງ ອິດສະຣາແອັນ ແລະ ລີບັງ, ເຊິ່ງແມ່ນຄຳສັ່ງຢຸດຍິງ.
ນັບແຕ່ຕອນເຊົ້າວັນທີ 27 ພະຈິກ, IDF ແລະ ເຮັກໂບລາ ເລີ່ມປະຕິບັດຄຳສັ່ງຢຸດຍິງ 60 ວັນ ຢູ່ ລີບັງ ໂດຍ ອາເມລິກາ ອຸປະຖຳ. ເຖິງຢ່າງໃດກໍຕາມ, ໃນຕະຫຼອດອາທິດທຳອິດຂອງການຢຸດຍິງ, ກອງທັບອາກາດ ອິດສະຣາແອັນ ໄດ້ເປີດບັ້ນບຸກໂຈມຕີເຂົ້າ ລີຍັງ ເປັນຫຼາຍຄັ້ງແລ້ວ ດ້ວຍຄຳກ່າວຫາວ່າ ເຮັກໂບລາ ລ່ວງລະເມີດຂໍ້ຕົກລົງ.
ບ໊າທີ, ມິງໂງ - ນັກຂ່າວ VOV ປະຈໍາ ອີຢິບ

